ສະພາບອາກາດທົ່ວໄປ ປະຈຳວັນທີ 15 ສິງຫາ 2022, ເວລາ 06 ໂມງ 00 ຮ່ອງຄວາມກົດດັນອາກາດຕໍ່າ ໄດ້ສືບຕໍ່ພາດຜ່ານພາກເໜືອ ແລະ
ພາກກາງຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກຳລັງປານກາງ,
ຊຶ່ງຍັງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ
.ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 15/08/2022 ຫາ ເວລາ 07 ໂມງ ຂອງວັນທີ 15/08/2022. ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ຕົກ
ປານກາງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 20 – 29 ອົງສາ.ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ):
ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ ອຸນຫະພູມໃນລະຫວ່າງ 22 – 31 ອົງສາ
.ນະຄອນຫຼວງວຽງຈັນ ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງບໍລິເວນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 40%.
ອຸນຫະພູມໃນລະຫວ່າງ 26 – 32 ອົງສາ.ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ):
ຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ
, ອຸນຫະພູມໃນລະຫວ່າງ 24 – 32 ອົງສາ.ແຂວງໄຊສົມບູນ: ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 40% ຂອງແຂວງ,
ອຸນຫະພູມໃນລະຫວ່າງ 16 – 27 ອົງສາ.ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື: ມີຝົນຕົກ ຟ້າຮ້ອງ
ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ ອຸນຫະພູມໃນລະຫວ່າງ 25 – 32 ອົງສາ.ສຳລັບ ເຂດພູພຽງບໍລະເວນ:
ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ. ອຸນຫະພູມໃນລະຫວ່າງ 16 – 27 ອົງສາ.