ງູກັດມາ ກໍກັດງູຕອບ!!ເດັກຍິງອາຍຸ 2 ປີ ຖືກງູກັດ, ແລ້ວກັດງູຄືນ ຈົນງູຕາຍ!!!
.ເຫດການຄື ເດັກຍິງໄວ 2 ປີ ຈາກປະເທດ ຕຸລະກີ ຫຼິ້ນຢູ່ທາງຫຼັງເຮືອນ ເພື່ອນບ້ານກໍໄດ້ຍິນສຽງຮ້ອງ ເລີຍເເລ່ນມາເບິ່ງ!
ເເລ້ວໄດ້ເຫັນ “ເດັກຍິງຄົນນີ້ກໍາລັງກັດງູຢູ່ໃນປາກ ເເລະ ມີຮອຍກັດຢູ່ທີ່ໂຕງູອີກ!” (ເຊິ່ງງູເເມ່ນປະມານ 50 ຊັງຕິເມັດ).
ເດັກຍິງຄົນນີ້ກັດງູເເຮງ ຈົນງູຕາຍ!ຫຼັງຈາກເພື່ອນບ້ານໄດ້ເຫັນ ກໍໄດ້ຊ່ວຍ ເເລະ ສົ່ງເດັກຍິງຄົນນີ້ໄປໂຮງໝໍ.
ການທີ່ເດັກຍິງຄົນນີ້ກັດໂຕ້ຕອບ ມັນເປັນກິລິຍາຕອບສະໜອງອັດຕະໂນມັດ!
.ເຊິ່ງເປັນເຫດການທີ່ໂຊກດີ ຄື ງູຊະນິດນີ້ເປັນງູທີ່ບໍ່ມີພິດ ເເລະ ເດັກຍິງຄົນນີ້ເອງກໍປອດໄພ…——————————————

ຮຽບຮຽງໂດຍ: ກະເເສຂ່າວທີ່ມາ: