ຂ່າວທົ່ວໄປແຈ້ງການ

ນ້ຳປະປານະຄອນຫຼວງວຽງຈັນໄດ້ອອກແຈ້ງການ ກ່ຽວກັບແຮງດັນນ້ຳປະປາຈະບໍ່ເປັນປົກກະຕິຢູ່ສາມເມືອງ

ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ກ່ຽວກັບແຮງດັນນ້ຳປະປາ ຈະບໍ່ເປັນປົກກະຕິ ຍ້ອນຈະມີການມອດໄຟຟ້າ ໃນວັນທີ 10 ມັງກອນ 2021 ເພື່ອສ້ອມແປງລະບົບ ສາຍໄຟຟ້າຢູ່ເມືອງໄຊທານີ. ເຊິ່ງຈະສົ່ງຜົນກະທົບ ຕໍ່ແຮງດັນຂອງນ້ຳປະປາ ຢູ່ສາມເມືອງຄື: ເມືອງໄຊເສດຖາ, ເມືອງຈັນທະບູລີ ແລະເມືອງໄຊທານີ.

ເຊິ່ງຈະສົ່ງຜົນໃຫ້ມີນໍ້າອອກຄ່ອຍ, ບໍ່ມີນໍ້າອອກຄ່ອຍ, ບໍ່ມີນໍ້າໃນບາງບ້ານຂອງເມືອງ

ເມືອງໄຊທານີ: ບ້ານໂພນຄໍາ, ທ່າສະຫວ່າງ, ທ່າງ່ອນ, ນາ, ໂນນແກ້ວ, ໂນນສະອາດ, ດ່ານຊ້າງ, ດົງໝາກຄາຍ, ດອນຕິ້ວ, ດົງສ້າງຫີນ, ໄຊສະຫວາງ ດອນໜູນໄຊ, ນາແຄ, ຫ້ວຍເຕີຍ, ໂນນແສງຈັນ, ວຽງແກ້ວ, ຫ້ວຍແດນເມືອງ, ໜອງວຽງຄໍາ, ນາທົ່ມ, ໜອງພະຍາ, ຕານມີໄຊ, ດົງໂດກ, ສະພັງມຶກ, ຊ້າງຄູ້, ພະຂາວ, ຄໍາຮຸ່ງ, ສີວິໄລ

ເມືອງໄຊເສດຖາ: ບ້ານໜອງໜ່ຽງ, ໂນນສະຫວັນ ຮ່ອງສຸພາບ ອາມອນ, ໂນນສະງ່າ, ແສງສະຫວ່າງ,ຊໍາເຄ້, ໂຊກນ້ອຍ, ໂຊກໃຫຍ່

ເມືອງຈັນທະບູລີ: ບ້ານຫວຍຫົງ ໜອງທາເໜືອ ໜອງທາໃຕ້ ຈອມມະນີ,ໂພນສະຫວ່າງ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button