ເມືອງສັງທອງຄຸມເຂັ້ມການລັກລອບຂ້າມຕາມຊາຍແດນພີ່ນ້ອງເອີຍ

ເມືອງສັງທອງຄຸມເຂັ້ມການລັກລອບຂ້າມຕາມຊາຍແດນພີ່ນ້ອງເອີຍ
ທ່ານ ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ໄດ້ລາຍງານໃຫ້ຮູ້ໃນຄັ້ງວັນທີ 6 ມັງກອນ 2021 ວ່າເມືອງສັງທອງເປັນເມືອງໜຶ່ງຂອງນະຄອນຫຼວງວຽງຈັນ ແລະ ເປັນເມືອງທີ່ຕິດກັບຊາຍແດນ(ປະເທດໄທ) ທີມີການແຜ່ລະບາດຂອງພະຍາດໂຄວິດ. ມີ 35 ບ້ານ ໃນນີ້ບ້ານທີ່ລຽບຕາມຊາຍແດນຕິດກັບແມ່ນ້ຳຂອງມີ 13 ບ້ານ ເຊິ່ງມີຄວາມສ່ຽງໃນການລັກຂ້າມລອຍບໍ່ຖືກຕ້ອງ ເຊິ່ງອາດຈະນຳເອົາເຊື້ອພະຍາດເຂົ້າມາແຜ່ຂະຫນາຍຢູ່ພາຍໃນເມືອງກໍຄືຢູ່ນະຄອນຫຼວງວຽງຈັນ.

ຕໍ່ກັບບັນຫາດັ່ງກ່າວອົງການປົກຄອງເມືອງໄດ້ແຕ່ງຕັ້ງຄະນະສະເພາະກິດຕ້ານ, ສະກັດກັ້ນ ແລະ ປ້ອງກັນພະຍາດ Covid-19 ໂດຍແມ່ນທ່ານ ເຈົ້າເມືອງຊີ້ນຳໂດຍກົງ ແລະ ໄດ້ອອກແຈ້ງການສະບັບເລກທີ 067/ຈສທ ລົງວັນທີ 25 ທັນວາ 2020 ລາຍລະອຽດຂອງແຈ້ງການເບິ່ງຕາມຮູບ.

ຜ່ານການຈັດຄັ້ງປະຕິບັດຜ່ານມາສາມາດກວດກາ ແລະ ເກັບກຳຄົນລາວລັກລອບເຂົ້າມາຕາມຊາຍແດນຈາກປະເທດໄທມີ 13 ຄົນ, ຍິ່ງ 8 ຄົນ. ຈຳນວນດັ່ງກ່າວແມ່ນໄດ້ຜ່ານການກວດກາຂັ້ນຕົ້ນຕາວິຊາສະເພາະ ແລະ ໄດ້ນຳສົ່ງເຂົ້າສູນກັກກັນຕົວຊົ່ວຄາວທີ່ຫຼັກ 27 ເປັນທີ່ຮຽບຮ້ອຍ.

