ແຈ້ງດ່ວນ ຫຼວງພະບາງ

ນີ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຫຼວງພະບາງ ຂໍຖືເປັນກຽດແຈ້ງການເຖິງ ຫ້ອງການອຸດສາຫະກຳ ແລະ ການຄ້າ 11 ເມືອງ ແລະ 1 ນະຄອນ

ລວມເຖິງຜູ້ປະກອບການຫົວໜ່ວຍທຸລະກິດທີ່ທໍາການຜະລິດ, ທຳການຄ້າຂາຍ ແລະ ທຳການບໍລິການ ພາຍໃນແຂວງຫຼວງພະບາງຮັບຊາບດັ່ງນີ້:

1. ໃຫ້ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ນະຄອນ ໂຄສະນາເຜີຍແຜ່ໃຫ້ບັນດາຜູ້ປະກອບການ ຫົວໜ່ວຍທຸລະກິດພາຍໃນຄວາມຮັບຜິດຊອບຂອງຕົນ ໃຫ້ຕິດລາຄາຂາຍສິນຄ້າ ຫຼື

ໂຄສະນສິນຄ້າເປັນເງິນກີບ ພ້ອມທັງລົງຕິດຕາມບັນດາຮ້າງຮ້ານທຸລະກິດຕ່າງໆຢູ່ພາຍໃນເມືອງຂອງຕົນເປັນປະຈຳ ແລະລາຍງານຜົນການຈັດຕັ້ງເຖິງພະແນກອຸດສາຫະກຳ ແລະ ການຄ້າຮັບຊາບເປັນແຕ່ລະໄລຍະ.

2. ຫ້າມຜູ້ປະກອບການຫົວໜ່ວຍທຸລະກິດທີ່ ດຳເນີນການຜະລິດ ການຊື້-ຂາຍ ແລະ ບໍລິການຕ່າງໆພາຍໃນ ແຂວງຫຼວງພະບາງ ຕິດປະກາດ ຫຼື

ໂຄສະນາຂາຍສິນຄ້າອື່ນໆ ເປັນເງິນຕາຕ່າງປະເທດ ແລະ ຕ້ອງຕິດລາຄາຂາຍ ຫຼື ໂຄສະນາເປັນເງີນກີບໃສ່ສິນຄ້າແຕ່ລະຊະນິດພາຍໃນຮ້ານຂອງຕົນ.

3. ຖ້າຫາກມີການກວດກາພົບເຫັນການລະເມີດ ແມ່ນຈະຖືກນຳໃຊ້ມາດຕາການໃນການປັບໃໝ່ຈຳນວນ 1.000.000ກີບ/ຄັ້ງ ຕາມຂໍ້ຕົກລົງສະບັບເລກທີ 1499/ອດ,ກຄອນ,ລົງວັນທີ 8ກັນຍາ 2017

(ໝວດທີ 5 ມາດຕາທີ21) ແລະ ຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ເລກທີ 55/ສພຊ ລົງວັນທີ 22 ທັນວ່າ 2014

ພ້ອມທັງດຳເນີນລະບຽບການອື່ນໆຕາມກົດໝາຍຂອງຂະແໜງການກ່ຽວຂ້ອງນໍານົດອີກດ້ວຍເປັນແຕ່ລະຕາມກໍລະນີໜັກ ຫຼື ເບົາ.

About admin

Check Also

ແຕກອີກແລ້ວ

ແຕກອີກແລ້ວ ເສດຖີຄົນໃໝ່ ຖຶກເລກ 500.000.000 ກິບ ດີໃຈນຳຜູ້ໂຊກດວງເຮັງທີ່ເປັນເສດຖີຂ້າມຄືນໃນຄັ້ງນີ້ເດີ 😍ລາງວັນຊື້1,000ກີບ👉1ໂຕທ້າຍ ໄດ້ຮັບ 5,000ກີບ👉2ໂຕທ້າຍ ໄດ້ຮັບ 60,000ກີບ👉3ໂຕທ້າຍ ໄດ້ຮັບ 500,000ກີບ👉4ໂຕທ້າຍ ໄດ້ຮັບ 5,000,000 …

Leave a Reply

Your email address will not be published. Required fields are marked *