ມວນອາກາດໜາວເຢັນຈາກປະເທດຈີນໄດ້ມີກຳລັງແຮງເພີ່ມຂຶ້ນຕື່ມອີກ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ


ແຈ້ງເຕືອນໄພອາກາດໜາວເຢັນ ປະຈຳວັນທີ 08/01/2021ມວນອາກາດໜາວເຢັນຈາກປະເທດຈີນໄດ້ມີກຳລັງແຮງເພີ່ມຂຶ້ນຕື່ມອີກ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ.

ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຫຼຸດລົງ 1 ຫາ 4 ອົງສາ ຢູ່ໃນແຕ່ລະພາກ ແລະ ອາກາດຈະໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກພາກສ່ວນທີ່ອາໃສຢູ່ແຂວງ ພາກເໜືອ, ພາກກາງ ແລະ ເຂດພູພຽງບໍລະເວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດທີ່ຈະໜາວເຢັນຫຼາຍ ເຊິ່ງຈະເຮັດໃຫ້ເປັນໄຂ້, ເຈັບປ່ວຍ ແລະ ມີຜົນກະທົບຕໍ່ສຸກຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ, ຂໍໃຫ້ນຸ່ງຮົ່ມເຮັດໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ.

ສຳຫຼັບຜູ້ທີ່ເດີນທາງໄປໃນເຂດພາກເໜືອ ຂໍໃຫ້ມີສະຕິລະມັດລະວັງຕໍ່ສະພາບໝອກໜາ ທີ່ເຮັດໃຫ້ການເບິ່ງເຫັນບໍ່ຈະແຈ້ງ ແລະ ອາດເຮັດໃຫ້ມີອຸປະຕິເຫດເກີດຂຶ້ນໄດ້ໃນໄລຍະວັນທີ 09 ຫາ 13 ມັງກອນ 2021. ພ້ອມນີ້ ຂໍໃຫ້ຕິດຕາມການແຈ້ງເຕືອນໄພຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.