ປູຕີນ ສັ່ງຈັບໄດ້ແລ້ວ ມືສັງຫານ ລູກສາວຮັກ ຂອງປູຕີນ ລູກສາວຂອງຄົນໄກ້ສິດຂອງປູຕີນ

ຣັສເຊຍ​ ສັ່ງຈັດການຂັ້ນເດັດຂາດ ຕາມລ້າຕົວ​ ມືສັງຫານ ດາເລຍ ດູຈີນາ”Darir Dugina”ລູກສາວຄົນໄກ້ສິດ ຂອງທ່ານ​ວາຣາດີເມຍ​ ປູຕິນ​ ອາເລັກຊານເດີ້ ດູຈີນ

ຊຶ່ງເປັນຜູຍິງຊາວຢູເຄຼນ​ຊື່​ ນາຕາຢາ ໂຟກ​ ເຮັດວຽກຢູ່ໃນໜ່ວຍຂ່າວລັບຂອງລັດຖະບານຢູເຄຼນ​ແລະ​ ກອງພັນອາຊອບ ພາຍຫຼັງທີ່ລົງມືກໍ່ເຫດສຳເລັດກໍ່ໄດ້ເດີນທາງຫຼົບໜີເຂົ້າປະເທດເອັສໂຕເນຍ”Estonia ” ດ້ວຍລົດຂອງຜູ້ກ່ຽວເອງ

ຈາກນີ້ໄປ​ ສະຖານະການ​ສົງຄາມ​ ຣັສເຊຍ+ຢູເຄຼນ ໄດ້ປ່ຽນຮູບແບບ ການໂຈມຕີ ໂດຍບໍ່ຫຼິ້ນຕາມກົດກະຕິກາ​ ທຸກວິທີທາງທີ່ຈະເອົາຊະນະຝ່າຍກົງກັນຂ້າມ ກໍ່ຈັດຫາໃສ່ກັນເລີຍ

ວັນທີ 21 ສິງຫາ 2022 ສຳນັກຂ່າວທາງການຂອງຣັດເຊຍ ໄດ້ລາຍງານວ່າ ນາງ ດາຢາ ດູກິນາ ລູກສາວຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຂອງຣັດເຊຍ ( ລູກສາວນີ້ເປັນລູກຮັກ ຂອງປູຕິນມາແຕ່ນ້ອຍ) ເຊີ່ງພໍ່ຂອງນາງແມ່ນຂອງ ອາເລັກຊານເດີ ດູກິນ ນັກປັດຊະຍາຜູ້ມີແນວຄິດຊາດນິຍົມ ແລະ ເປັນຄົນໃກ້ຊິດກັບ ທ່ານ ວະລາດີເມຍ ປູຕິນ ມາຕະຫລອດ

ນາງໄດ້ເສຍຊີວິດຈາກເຫດ ລົດລະເບີດ ໃນລະຫວ່າງການຂັບລົດກັບບ້ານ ທີ່ຫົນທາງຫຼວງນອກກຸງມອສໂກ ໃນຕອນແລງວັນເສົາ ທີ່ 20 ສິງຫາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ.

ຄລິບ

About admin

Check Also

ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້

👏👏👏 ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້ ຕອນຄ່ຳວັນທີ 30 ມິນາ 2023 ທີ່ໂຮງແຮມລາວພລາຊາ , ສະຫາຍ …

Leave a Reply

Your email address will not be published. Required fields are marked *