👏 ເພື່ອອໍານວຍຄວາມສະດວກໃຫ້ແກ່ການສັນຈອນ ໃນມື້ເປີດສົກຮຽນໃຫມ່ ໃນວັນທີ 1 ກັນຍາ 2022 ນີ້, ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ,
ພະແນກຕໍາຫຼວດຈະ ລາຈອນ ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ ສົມທົບກັບ ບັນດາກອງຕໍາຫຼວດຈະລາຈອນເມືອງ ວາງ ແຜນຈັດກໍາລັງຕໍາ ຫຼວດຈະລາຈອນເກືອບ 500 ສະຫາຍ ລົງປະຈໍາຢູ່ຕາມສາຍທາງຕ່າງໆ
ຈໍານວນ 212 ຈຸດ !!!ພັທ ສັງຄົມ ຍົມມະລາດ ຮອງຫົວຫນ້າພະແນກຕໍາ ຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ກ່າວຕໍ່ນັກຂ່າວ ຫນັງສືພິມຄວາມສະຫງົບ ໃນວັນທີ 30 ສິງຫາ 2022 ວ່າ:
ມື້ເປີດສົກຮຽນໃຫມ່ປີນີ້ ພະແນກຕໍາຫຼວດຈະລາ ຈອນ ສົມທົບກັບ ບັນດາກອງຕໍາຫຼວດຈະລາຈອນເມືອງ ຈັດກໍາລັງຕໍ່າຫຼວດຈະລາຈອນ ທັງຫມົດ 491 ສະຫາຍ ລົງ ່
ປະຈໍາຢູ່ຕາມສາຍທາງຕ່າງໆ ຈໍານວນ 212 ຈຸດ, ໃນນີ້ ຈຸດໂຮງຮຽນ ມີ 40 ຈຸດ, ຈຸດທາງ 3 ແຍກ-4 ແຍກ ມີ 107 ຈຸດ,
ປ້ອມຍາມ ມີ 65 ປ້ອມ; ນອກຈາກນີ້, ຍັງມີ ຫນ່ວຍສາຍກວດສໍາລັບເລາະຈັດລະບຽບສາຍທາງຕື່ມອີກ.ການລົງປະຕິບັດຫນ້າທີ່ຂອງກໍາລັງຕໍາຫຼວດຈະລາ
ຈອນໃນແຕ່ລະວັນ ຈະເນັ້ນໃສ່ 3 ຫນ້າວຽກໃຫຍ່ ຄື: ວຽກ ໂຄສະນາ ແລະ ແນະນໍານັກຂັບຂີ່, ວຽກລະບາຍການສັນຈອນ ແລະ ວຽກບັງຄັບໃຊ້ກົດຫມາຍ; ທັງຫມົດນີ້ກໍເພື່ອ
ແນໃສ່ອໍານວຍຄວາມສະດວກໃຫ້ແກ່ຜູ້ໃຊ້ລົດໃຊ້ຖະຫນົນ ສັນຈອນໄປມາຢ່າງມີຄວາມສະດວກ ແລະ ປອດໄພ.ໂອກາດດຽວກັນ,
ທ ສັງຄົມ ຍົມມະລາດ ກໍໄດ້ ຮຽກຮ້ອງມາຍັງບັນດາທ່ານ ພໍ່ແມ່-ຜູ້ປົກຄອງ, ຄູ-ອາຈານ, ນ້ອງນັກຮຽນ, ນັກສຶກສາ ຂໍໃຫ້ຕື່ນແຕ່ເຊົ້າອອກເດີນທາງ ກ່ອນເວລາລົດແອອັດ

.ທີ່ມາ: ຄວາມສະຫງົບ