ຕຳ ຈົວນ້ອຍ ແລ້ວຫລົບຫນີ
ໃນເຊົ້າວັນທີ 1 /9/2022 ລົດກະບະຣິໂວ້ ຕຳ
ຈົວນ້ອຍ ຢູ່ບ້ານໂພນແຫລ້. ຈາກນັ້ນ ໄດ້ຂັບຂີ່ລົດຫນີດ້ວຍຄວາມໄວ
ໂຊກບໍ່ເຂົ້າຂ້າງມາຕຳສົ້ນຂົວທີ່ພວມກໍ່ສ້າງບ້ານນາບອນ ເມືອງໂພນໂຮງແຂວງວຽງຈັນ.
ຈາກຂໍ້ມູນໃນເບື້ອງຕົ້ນ ຈົວນ້ອຍ ໄດ້ຮັບບາດເຈັບ,
ສ່ວນຜູ້ຂັບລົດກະບະ ແມ່ນປອດໄພ.

