ຂັບເກ໋ງຕຳເສົາໄຟຟ້າ. ຍິງໄວອາຍຸ 30 ປີ, ຂັບເກ໋ງດ້ວຍຄວາມໄວ ຕຳໃສ່ເສົາໄຟຟ້າຂ້າງທາງ
ຈົນເສົາໄຟຟ້າລົ້ມ ໂຊກດີ ຜູ້ຂັບຂີ່ເຈັບເລັກນ້ອຍ.
ເຫດການນີ້, ເກີດຂຶ້ນ ໃນວັນທີ 1/9/2022 ເວລາປະມານ 2:00 ໂມງ
ຢູ່ເສັ້ນທາງບ້ານດົງນາທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.
ອາການເບື້ອງຕົ້ນແມ່ນ:
ມີບາດແຜ່ທະຫຼອກຕາມຕົນໂຕ ແລະ ຕາບວມ.
ດັ່ງນັ້ນ, ໜ່ວຍກູ້ໄພຊ່ວຍເຫຼືອສັງຄົມ ຈື່ງໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ ມະໂຫສົດ.


