ຈັບຜູ້ຄ້າຂາຍ ຄັນຊາອັດແທ່ງ 1, 6 ໂຕນ.

ຈັບຜູ້ຄ້າຂາຍ ຄັນຊາອັດແທ່ງ 1, 6 ໂຕນ.

ໃນຕອນເຊົ້າ ວັນທີ 6 ກັນຍາ 2022 ນີ້, ຈົ້າຫນ້າທີ່ ປກສ ແຂວງບໍລີຄຳໄຊ ກວດພົບ ລົດບັນທຸກ 6 ລໍ້

ຊຸກເຊື່ອງຄັນຊາອັດແທ່ງຊຸກເຊື່ອງໄວ້ໃນລົດຄັນດັ່ງກ່າວ ຈຳນວນ 90 ແກັດ ມີນ້ຳ ໜັກ 1.600 ກິໂລກຼາມ ທີ່ປະປົນມານໍາທູບຫອມ.

ເຈົ້າຫນ້າທີ່ ສາມາດກັກຕົວຜູ້ຖືກສົງໃສໄດ້ 4 ຄົນ ຄື: ທ້າວ ຂາວ, ທ້າວ ເດ, ທ້າວ ແຂກ ແລະ ທ້າວ ນ້ອຍ ບ້ານ ໂພນຈະເລີນ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ, ເຊິ່ງໃນເວລາ 15:00 ນາທີ ຂອງວັນທີ 5 ກັນຍາ 2022

ໄດ້ເອົາຄັນຊາຈຳນວນດັ່ງກ່າວຂຶ້ນລົດບັນທຸກ 6 ລໍ້ສີແດງ ໝາຍເລກທະບຽນ ອຸດົມໄຊ ບກ 2636 ຢູ່ບ້ານ ໂພນຈະເລີນ ເມືອງ ປາກກະດິງ ແຂວງ ບໍລິຄຳໄຊ ຈົນສຳເລັດ

, ຮອດເວລາ 23:00 ນາທີ ຂອງວັນດຽວກັນ ຂັບຂີ່ລົດຄັນດັ່ງກ່າວມຸ້ງໜ້າມາທາງນະຄອນຫຼວງວຽງຈັນ ໂດຍແມ່ນທ້າວ ນ້ອຍ ແລະ ທ້າວ ຂາວ ປ່ຽນກັນຂັບ.

ເມື່ອມາຮອດປ້ອມກວດກາທາງແບ່ງບ້ານທວຍ ເມືອງທ່າພະບາດ ແຂວງ ບໍລິຄໍາໄຊ ເຈົ້າໜ້າທີ່ໄດ້ລັດລົດເພື່ອຂໍອະນຸຍາດທໍາການກວດກາຈື່ງພົບເຫັນຢາເສບຕິດ ປະເພດ ຄັນຊາອັດແທ່ງ

ຊຸກເຊື່ອງປະປົນຢູ່ກັບທູບຫອມ ຈໍານວນ 90 ແກັດ,

ນໍາໜັກ 1.600 ກິໂລກຼາມ.

About admin

Check Also

ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້

👏👏👏 ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້ ຕອນຄ່ຳວັນທີ 30 ມິນາ 2023 ທີ່ໂຮງແຮມລາວພລາຊາ , ສະຫາຍ …

Leave a Reply

Your email address will not be published. Required fields are marked *