ຂ່າວຫລ້າສຸດ ວັນທີ 6 ກັນຍາ 2022 ວັດແຈ້ງສະຫວ່າງໄດ້ນຳເງິນບໍລິຈາກມາມອບໃຫ້ ຈົວນ້ອຍທັງສອງອົງເພີ່ມ ລວມທັງທີ່ມອບກ່ອນໜ້ານີ້ ເປັນເງິນທັງໝົດ 56 ລ້ານກີບ.
ແລງວັນທີ 6 ກັນຍາ 2022 ພະ ສຸກສະຫວັນ ວົງສະຫວັດ ເຈົ້າຂອງບັນ
ທີ່ເປີດຮັບບໍລິຈາກເງິນຊ່ວຍເຫລືອຄ່າປິ່ນປົວ ຈົວນ້ອຍ 2 ອົງ ທີ່ເກີດອຸບັດຕິເຫດຖືກລົດຕຳ ແລະ ເປັນແອັດມິນເຟສບຸກວັດບ້ານແຈ້ງສະຫວ່າງ
ໄດ້ນຳເງິນທີ່ໄດ້ຮັບບໍລິຈາກມາມອບໃຫ້ຈົວນ້ອຍເພີ່ມ ແລະ ລວມທັງເງິນທີ່ມອບແລ້ວກ່ອນໜ້ານີ້
ລວມທັງໝົດ ຈຳນວນ 56.000.000 ກີບ.ຈຳນວນທັງໝົດ 56.000.000 ກີບ ໄດ້ແບ່ງມອບໃຫ້ພໍ່ແມ່ຈົວນ້ອຍທັງ 2 ອົງເພື່ອເປັນການຄ່າປິ່ນປົວ ຄື:




1.ໄດ້ມອບເງິນ 30.000.000 ກີບ ໃຫ້ຈົວດົງ ທີ່ໄດ້ຮັບບາດເຈັບໜັກ ແລະ
2.ໄດ້ມອບຈຳນວນເງິນລວມ 26.000.000 ກີບ ໃຫ້ຈົວຕີ່ ທີ່ໄດ້ຮັບບາດເຈັບສົມຄວນ.
ທາງວັດໄດ້ແຈ້ງວ່າເງິນທີ່ໄດ້ຮັບທັງໝົດນັບແຕ່ມື້ເປີດຮັບບໍລິຈາກຈົນຮອດມື້ປິດຮັບບໍລິຈາກ
ແມ່ນມີຍອດເງິນລວມທັງໝົດຈຳນວນ 56.000.000 ກີບ ໄດ້ນຳມາມອບໃຫ້ຈົວນ້ອຍທັງສອງໝົດແລ້ວ.
ແຕ່ບໍ່ສາມາດນຳສະເຕດເມັນບັນຊີດັ່ງກ່າວມາເປີດເຜີຍຕໍ່ສັງຄົມໄດ້.ສ່ວນບັນຫາອື່ນໆທີ່ສັງຄົມຄາໃຈເຊັ່ນປະເດັນການລຶບໂພສ, ການປ່ຽນເຟສ,
ການມີ 2 ເຟສ, ການໂອນເງິນຈາກບັນຊີໜຶ່ງໄປບັນຊີໜຶ່ງ….ຈະມີການຊີ້ແຈງໃນຂ່າວຕໍ່ໄປ….
#ຂ່າວພາຍໃນລາວພັດທະນາ
#ປະເດັນສັງຄົມ
#ການຮັບບໍລິຈາກຊ່ວຍຈົວນ້ອຍ
#ວັດບ້ານແຈ້ງສະຫວ່າງ