ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງ ຫລວງພະບາງ ຍຶດຢາເສບຕິດໄດ້ ຈໍານວນ 67 ເປົາ ນໍ້າໜັກ 2.175 ກິໂລກຣາມ ພ້ອມກັກຕົວຜູ້ຖືກຫາໄດ້ 02 ຄົນ

ໃນວັນທີ 18 ສິງຫາ ປີ 2022 ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງ ຫລວງພະບາງ ໄດ້ຕົກລົງໃຫ້ກອງບັນຊາການ ປກສ ເມືອງນານ ຕັ້ງຈຸດກວດກາຕິດຕາມສະພາບຮອບດ້ານຂອງວຽກງານວິຊາສະເພາະຢູ່ສົ້ນຂົວຂ້າມນ້ຳຂອງ ປາກຄອນ-ທ່າເດື່ອ 1 ຈຸດ ແລະ ຈຸດບ້ານປ່າໄຜ່ ເທດສະບານເມືອງນານ ແຂວງຫລວງພະບາງ ຈົນເຖິງເວລາ ເວລາ 04 ໂມງ ເຊົ້າ ຂອງວັນທີ 19 ສິງຫາ 2022
ຈຶ່ງໄດ້ພົບເຫັນລົດບັນທຸກ 12 ລໍ້ ສີຂາວ ປ້າຍທະບຽນ ກຳແພງນະຄອນ ບຂ 8333 ຂັບຂີ່ມາຮອດຈຸດກວດກາ, ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ໃຫ້ສັນຍານຢຸດລົດຄັນດັ່ງກ່າວ ເພື່ອທຳການກວດກາ.

ຜ່ານການ ກວດຄົ້ນລົດ ຕົວຈິງ ຈຶ່ງພົບເຫັນຂອງກາງຢາເສບຕິດ ທັງໝົດ 67 ເປົາ ນ້ຳໜັກ 2.175 ກິໂລກຣາມ ທີ່ຊຸກເຊື່ອງໄວ້ ຢູ່ພື້ນລົດໃຫ່ຍ ໂດຍເອົາເຫລັກເສດປົກປິດໄວ້
ໃນນັ້ນມີ ຢາໄອສ໌ ຈຳນວນ 8 ເປົາ ນໍ້າໜັກ 259 ກິໂລກຼາມ, ໂຄເຄນ 58 ເປົາ ນໍ້ຳໜັກ 1.807 ກິໂລກຣາມ, ເຮໂຣອິນ ຈຳນວນ 03 ເປົາ ມີ 280 ແທ່ງ ນ້ຳໜັກ 109 ກິໂລກຣາມ ແລະ ເງິນກີບທະນາຄານ 4.700.000 ກີບ,ເງິນບາດໄທ 50.000 ບາດ.
ເຈົ້າໜ້າທີ່ຈຶ່ງຢຶດທັງລົດ ແລະ ຂອງກາງພ້ອມທັງກັກຕົວຜູ້ຖືກຫາຈຳນວນ 02 ຄົນຊື່ ທ້າວ ບຸນສົງ ຄຳໄຊແກ້ວ ອາຍຸ 32 ປີ,ອາຊີບ ຂັບລົດ,ສັນຊາດລາວ,ຊົນເຜົ່າ ລື້,ຢູ່ບ້ານ ນາງົວ ເມືອງ ເງິນ ແຂວງ ໄຊຍະບູລີ ແລະ ທ້າວ ລີປໍ ເລົ່າ ອາຍຸ 15 ປີ,ອາຊີບ ກໍາມະກອນ,ສັນຊາດລາວ,ຊົນເຜົ່າ ມົ້ງ, ຢູ່ບ້ານ ຫ້ວຍລໍາແພນ ເມືອງປາກທາ ແຂວງບໍ່ແກ້ວ
ດັ່ງນັ່ນຈຶ່ງນໍາເອົາພວກກ່ຽວມາ ສືບສວນ-ສອບສວນ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ. ປັດຈຸບັນເຈົ້າໜ້າທີ່ກຳລັງເລັ່ງຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີ.
ຊົມຄລິບ