ສາລະໜ້າຮູ້

ຢ່າໃຊ້ຂໍ້ອ້າງວ່າປາກຮ້າຍແຕ່ໃຈດີ ຖ້າຫາກນິໄສດີປາກກໍຕ້ອງດີນຳຢູ່ແລ້ວ ສູເຈົ້າກິວ່າບໍ?

ຢ່າອ້າງວ່າປາກຮ້າຍແຕ່ໃຈດີ ເພາະຖ້າຄົນເຮົາປາກຮ້າຍ ຫຼື ດີ ສ່ວນໃຫຍ່ກໍມາຈາກໃຈເຊັນກັນ

ເຮົາຈະມັກໄດ້ຍິນຄົນມັກວ່າ ເຖີງຄົນນັ້ນ ຄົນນີ້ ປາກຮ້າຍແນ່ ແຕ່ລາວກໍໃຈດີໃດ ຖ້າໄດ້ລອງໄຕຕອງ ພິຈາລິນາເບີ່ງໃຫ້ດີແລ້ວ

ເຮົາຈະບໍ່ເຫັນດິນຳກັບຄຳເຫຼົ່ານີ້ ເພາະຄົນທີ່ເຮົາຮູ້ຈັກບາງຄົນ ຫຼື ແມ້ແຕ່ຕົວເຮົາເອງ ບາງຄັ້ງກໍເບີ່ງຈະເປັນລັກສະນະແບບນັ້ນບາງຄັ້ງ

ກໍຄືເວລາໂມໂຫກໍດ່າບໍ່ລ້ຽງ ແຕ່ພໍເຊົາຮ້າຍກໍດີໃຈຫາຍ ໃນຄວາມເປັນຈິງແລ້ວ ເວລາທີ່ເຮົາຮ້າຍ ເຖີງຂັ້ນກ່າວຄຳຕຳໜິຄົນອື່ນອອກມາໄດ້ນັ້ນ ສະແດງວ່າຈິດຂະນະນັ້ນ ຍອມເປັນອະກຸສົນ ( ຈິດທີ່ບໍ່ດີງາມ ) ຈະບໍ່ມິທາງເປັນກຸສົນ ( ຈິດທີ່ດີງາມ ) ໄປໄດ້

ເພາະສະນັ້ນຈະເວົ້າວ່າ ຄົນນັ້ນປາກຮ້າຍແຕ່ໃຈດີ ກໍຄົງຈະບໍ່ຖືກຕ້ອງໄປໝົດ ເຖີງແມ່ນວ່າໂດຍທົ່ວໄປເເລ້ວຄົນໆນັ້ນ ຈະເປັນຄົນດີກໍຕາມ ເວົ້າເພື່ອໃຫ້ຄົນອື່ນເສຍໃຈ ຫຼື ບໍ່ພໍໃຈເປັນຕົ້ນ

ຕາມຄວາມເຊື່ອທາງສາສະໜາ ການລ່ວງກຸສົນລະກຳບົດ ( ທາງແຫ່ງກຳທີ່ເປັນກຸສົນ ) ຍ່ອມສົ່ງຜົນໃຫ້ເກີດຂື້ນທັງໃນຊາດນີ້ ແລະ ຊາດໜ້າ ແລະ ເຖີງວ່າຈະໄດ້ມາເກີດເປັນມະນຸດ ກໍຍັງໄດ້ຮັບຜົນຂອງກຳເຫຼົ່ານັ້ນ ເຊັ່ນ  ເປັນຄົນເວົ້າບໍ່ແຈ້ງ ຫຼື ເວົ້າຕິດໆຂັດໆ

ແມ້ແຕ່ຕອນຕົກນາລົກ ກໍອາດສົ່ງຜົນແກ່ຜູ້ເວົ້າໄດ້ ຊາດນິ້ ເຊັ່ນ ເວົ້າຫຍັງໄປ ບໍ່ມີໃຜຟັງ ຄຳເວົ້າເບີ່ງບໍ່ໜ້າເຊື່ອຖືໄດ້

ສະນັ້ນ ການກ່າວເວົ້າອອກມາ ບໍ່ວ່າເປັນຄຳຫຍາບຄາຍ ຄຳຂີ້ຕົວະຫຼອກລວງ ຄຳຫຍຸຍົງ ຕ່າງໆ ຢ່າອ້າງວ່າເປັນຄົນປາກຮ້າຍໃຈດີເລີຍ ເພາະໃຈໄດ້ຄິດແຕ່ເລື່ອງຮ້າຍໆ ຈື່ງໄດ້ເອີຍປາກເວົ້າຈາອອກມາເປັນແບບນັ້ນ ຫຼື ພຽງເວົ້າຫຼີ້ນ ເວົ້າສະນຸກ ທີ່ເບີ່ງຄືບໍ່ແມ່ນເລື່ອງໃຫຍ່ ເເຕ່ອັນທີ່ຈິງແລ້ວ ເປັນເລື່ອງໃຫຍ່ ຈະສົ່ງຜົນຕໍ່ຜູ້ຟັງຫຼາຍດວ່າທີ່ຄິດ

ແຖມການເວົ້າຈາ ມັນຍັງສະແດງເຖີງ ກິລິຍາ ມາລະຍາດ ຖ່າຍທອດອກມາຈາກໃຈ ສູ່ພາຍນອກໃຫ້ຄົນອື່ນໄດ້ເຫັນອີກດ້ວຍ. 

Related Articles

Leave a Reply

Your email address will not be published. Required fields are marked *

Back to top button