ເຫດລົດປີ້ນທີ່ເມືອງຄູນ ເສຍຊີວິດຄາທີ່ 1 ຄົນ

ຈາກກໍລະນີລົດຂົນສົ່ງປີ້ນທີ່ ເມືອງຄູນ ແຂວງຊຽງຂວາງ ຄືນວັນທີ 7 ມັງກອນ 2021, ໜ່ວຍກູ້ໄພມູນນິທິ 1623 ແຈ້ງຂໍ້ມູນເພີ່ມໃຫ້ຮູ້ວ່າ. ວັນທີ 8 ມັງກອນ 2021ເວລາ 04:00 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ 1623 (ສາຂານະຄອນຫລວງວຽງຈັນ)ໄດ້ຮັບແຈ້ງຂໍຄວາມຊ່ວຍເຫລືອອຸປະກອນຕັດງັດ ຈາກກູ້ໄພ 1623 (ສາຂາແຂວງຊຽງຂວາງ).

ຈຸດເກີດເຫດແມ່ນເສັ້ນທາງບ້ານແກວກ້ວງ ເມືອງຄູນ ແຂວງຊຽງຂວາງ. ພໍຫນ່ວຍກູ້ໄພ 1623 ສາຂາແຂວງຊຽງຂວາງອອກກວດສອບເຫດພົບຜູ້ເສຍຊີວິດ 1 ລາຍ

ເປັນເພດຊາຍ ອາຍຸປະມານ 40 ປີ ອາຊີບພະນັກງານ ບ້ານເວີນຄຳ ເມືອງໄຊທານີ ນະຄອນຫລວງວຽງຈັນ. ອາການເບື້ອງຕົ້ນແມ່ນກະທົບຫົວ,ຂາຫັກ (ເສຍຊີວິດຄາທີ່). ບໍ່ສາມາດນຳອອກຈາກລົດໄດ້ຈຶ່ງຂໍຄວາມຊ່ວຍເຫລືອອຸປະກອນຕັດງັດຈາກຫນ່ວຍກູ້ໄພ 1623 ນະຄອນຫລວງວຽງຈັນອອກສົມທົບຈຸດເກີດເຫດ.

ດັ່ງນັ້ນທາງຫນ່ວຍກູ້ໄພມູນນິທິ1623 ນະຄອນຫລວງວຽງຈັນພ້ອມທີມອຸປະກອນຕັດງັດກໍໄດ້ເດີນທາງຮອດຈຸດເກີດເຫດ ກໍໄດ້ໃຊ້ອຸປະກອນຕັດງັດເພື່ອເອົາສົບຜູ້ເສຍຊີວິດອອກຈາກລົດ ໃຊ້ເວລາ ປະມານ 20 ນາທີ ຈຶ່ງສາມາດນຳເອົາສົບຜູ້ເສຍຊີວິດອອກຈາກລົດໄດ້ ແລະ ໄດ້ນຳສົ່ງສົບຜູ້ເສຍຊີວິດໃຫ້ຄອບຄົວເພື່ອເຮັດພິທີທາງສາສະຫນາ.

ທາງຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ຕ້ອງຂໍສະແດງຄວາມເສຍໃຈກັບຍາດຕິພີ່ນ້ອງກັບການສູນເສຍຄັ້ງນີ້ດ້ວຍ. ບາດເຈັບສຸກເສີນໂທແຈ້ງທີເບີ 1623 ຕະຫຼອດ 24 ຊົ່ວໂມງ.