ທ່ານ ພັນຄຳ ວິພາວັນ ໄດ້ມີຄໍາເຫັນກ່າວໃນກອງປະຊຸມສະຫຼຸບຕີລາຄາ,
ປະເມີນຜົນຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ໄດ້ເປີດຂຶ້ນໃນ ວັນທີ 15 ກັນຍາ 2022 ນີ້ວ່າ:
ການຈັດຕັ້ງປະຕິບັດເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕາມ 4 ເນື້ອໃນຂອງພັກ ແລະ ລັດຖະບານ ໃນໄລຍະຜ່ານມາ ທ່າມກາງສະພາບແວດລ້ອມສາກົນ ແລະ ພາກພື້ນມີການຜັນແປໄປຢ່າງໄວວາ,
ສັບສົນ, ຄາດຄະເນໄດ້ຍາກ ແລະ ການແພ່ລະບາດຢ່າງໜັກໜ່ວງຂອງພະຍາດໂຄວິດ-19 ຊຶ່ງເຕັມໄປດ້ວຍກາລະໂອກາດ ແລະ ສິ່ງທ້າທາຍນັ້ນ ເຫັນວ່າຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໄດ້ມີບາດກ້າວ
ຂະຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສໍາເລັດໃນຫຼາຍດ້ານ: ຮັບປະກັນໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ,
ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຄວາມເປັນເອກະລາດ,
ອໍານາດອະທິປະໄຕ ແລະ ໝາກຜົນຂອງການປະຕິວັດ ໄດ້ຮັບການປົກປ້ອງຢ່າງແຂງແຮງ.ເຖິງວ່າປະເທດເຮົາຈະມີຄວາມຫຍຸ້ງຍາກທາງດ້ານການເງິນ-ເງິນຕາ, ບັນຫາໜີ້ສິນ ແລະ ໄດ້ຖືກຜົນກະທົບຢ່າງໜັກໜ່ວງຈາການແພ່ລະບາດຂອງພະຍາດໂຄວິດ-19,
ແຕ່ພວກເຮົາຍັງສາມາດສະກັດກັ້ນ ບໍ່ໃຫ້ເກີດເຫດການທົດຖອຍຮ້າຍແຮງຕໍ່ເສດຖະກິດ-ສັງຄົມ, ລະບົບການເມືອງຢູ່ຮາກຖານບ້ານ ໄດ້ຮັບປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນ; ຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງ
ແລະ ຍົກລະດັບຂຶ້ນເປັນກ້າວໆ.ຊົນນະບົດໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍມີສ່ວນຮ່ວມຢ່າງຕັ້ງໜ້າ ເປັນເຈົ້າການຂອງປະຊາຊົນບັນດາເຜົ່າ, ຄອບຄົວທຸກຍາກ, ບ້ານທຸກຍາກໄດ້ຮັບການແກ້ໄຂເປັນກ້າວໆມາ;
ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ກຳລັງປະກອບອາວຸດກໍໄດ້ຮັບການປັບປຸງກໍ່ສ້າງ ກາຍເປັນກຳລັງທີ່ໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ມີແບບແຜນທັນສະໄໝ.ຕະຫຼອດໄລຍະ 5 ປີ (2016-2020) ແລະ ໄລຍະປີ 2020 ມາເຖິງປັດຈຸບັນ ເຖິງແມ່ນວ່າພັກ-ລັດຖະບານ ໄດ້ສຸມໃສ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ
ແລະ ພັດທະນາ ດ້ວຍການບຸກບືນສູ້ຊົນປານໃດກໍຕາມ, ແຕ່ພວກເຮົາກໍຍັງມີຂໍ້ຄົງຄ້າງຈຳນວນໜຶ່ງທີ່ທ້າທາຍຕໍ່ບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ.ທັງໝົດນັ້ນ ລ້ວນແຕ່ຊີ້ບອກເຖິງສະພາວະຄວາມເປັນຈິງທາງດ້ານການເມືອງ,
ເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ຮຽກຮ້ອງໃຫ້ພວກເຮົາຕ້ອງກຳແໜ້ນ ແລະ ພິຈາລະນາຢ່າງພາວະວິໄສ
ເພື່ອເປັນພື້ນຖານໃນການວາງທິດທາງໜ້າທີ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຂອງພວກເຮົາໃນຊຸມປີຕໍ່ໜ້າໃຫ້ມີການຫັນປ່ຽນໄປສູ່ລວງເລິກໄດ້ຢ່າງແທ້ຈິງ.
