ດຳເນີນຄະດີ ” ເຈ້ທີບ ” ພ້ອມພັກພວກ ຮ່ວມຫົວສໍ້ໂກງ ຫລາຍພັນລ້ານກີບ.
ໃນວັນທີ 19 ກັນຍາ 2022 ເຈົ້າຫນ້າທີ່ ປກສ ໄດ້ຖະແຫລງ ກ່ຽວກັບການດຳເນີນຄະດີຂອງ ເຈ້ທີບ ຫລື ນາງ ພອນທິບ ແລະ ຜົວ ພ້ອມພັກພວກ ລວມ ຈຳນວນ 7 ຄົນ
, ເຊິ່ງມີຜຸ້ເສຍຫາຍ 1.600 ກວ່າຄົນ ລວມເປັນເງິນ 350 ຕື້ກີບ, 300 ກວ່າລ້ານບາດ ແລະ 7.800.000 ກວ່າໂດລາ.
ພັອ ບຸນອ້ອມ ໄຊຍະວົງ ຫົວໜ້າກົມຕໍາຫຼວດເສດຖະກິດ ຖະແຫຼງວ່າ: ປັດຈຸບັນມີຜູ້ເສຍຫາຍເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ທັງໝົດ 1.680 ຄົນ,
ລວມມູນຄ່າເສຍຫາຍເປັນເງິນກີບທັງໝົດ 355.035.418 ຕື້ກີບ, ເງິນບາດ 305.106.537 ບາດ, ເງິນໂດລາ 7.811.665 ໂດລາ; ມາເຖິງປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດ ໄດ້ຢຶດ ແລະ







ອາຍັດຊັບສິນທີ່ໄດ້ຈາກການກະທໍາຜິດ ເປັນຕົ້ນແມ່ນ: ເຮືອນ, ລົດ, ທີ່ດິນ ແລະ ເຄື່ອງປະດັບຄ້າຍຄືເພັດ ຈໍານວນຫຼາຍລາຍການ.
ນອກຈາກນີ້, ເຈົ້າໜ້າທີ່ສາມາດຈັບຕົວກຸ່ມແກ້ງອີກ 5 ຄູົນຄື:
ນາງ ສຸພິນທາ ອາຍຸ 28 ປີ ຢູ່ບ້ານຫວຍຫົງ ເມືອງຈັນທະບູລີ, ນາງ ສຸພາວັນ ອາຍຸ 27 ປີ ຢູ່ບ້ານດົງໂພນເລົາ ເມືອງຫາດຊາຍຟອງ, ທ້າວ ສົມພິດ ອາຍຸ 26 ປີ ແລະ
ນາງ ມີນາ ອາຍຸ 33 ປີ ຢູ່ບ້ານໜອງດ້ວງທົ່ງ ເມືອງ ສີໂຄດຕະບອງ.