ກາຍກຳນົດແມ່ນຈະໄດ້ຖືກປັບໃໝ!ເພື່ອເປັນການບຸກລະດົມກະຕຸກຊຸກຍູ້ອຳຍວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງ

ກາຍກຳນົດແມ່ນຈະໄດ້ຖືກປັບໃໝ!ເພື່ອເປັນການບຸກລະດົມກະຕຸກຊຸກຍູ້ອຳຍວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງລັດ,

ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າຜູ້ທີ່ໃຊ້ລົດໃຊ້ຖະໜົນ ພ້ອມກັນມາເສຍຄ່າທຳນຽມທາງປະຈຳປີ,

ໃຫ້ຖືກຕ້ອງຄົບຖ້ວນ ທັງເປັນການຈັດຕັ້ງເຄື່ອນໄຫວເສຍຄ່າທຳນຽມທາງປະຈຳປີ2022.ດັ່ງນັ້ນ, ໃນວັນທີ 16 ກັນຍາ ທີ່ຜ່ານມາ, ທາງເຈົ້າໜ້າສ່ວຍສາອາກອນປະຈຳນະຄອນ ໄກສອນ ພົມວິຫານ

ໄດ້ສົມທົບກັບເຈົ້າໜ້າທີ່ພະແນກຕຳຫຼວດຈາລະຈອນ ນະຄອນ ໄກສອນ ພົມວິຫານ ແລະ ຫ້ອງການ ຍທຂ ນະຄອນ ໄດ້ລົງເຄື່ອນໄຫວກວດກາຕັ້ງຈຸດເສຍຄ່າ ທຳນຽມທາງ

ຢູ່ທີ່ຈຸດທາງເຂົ້າອອກເທດສະບານນະຄອນເຂດບ້ານດອນເຊັງນະຄອນ ໄກສອນ ພົມວິຫານ ໂດຍມີທ່ານ ສົມໜາຍ ສົງວິໄລ ຮອງເຈົ້ານະຄອນໄກສອນ ພົມວິຫານ

ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ, ທ່ານ ວົງພະຈັນ ພັນທະວົງ ຫົວໜ້າສ່ວຍສາອາກອນປະຈໍາ ນະຄອນໄກສອນ ພົມວິຫານ,

ພ້ອມຄະນະໄດ້ລົງເບິ່ງຕິດຕາມຊຸກຍູ້ເສຍຄ່າທຳນຽມ.ໃນໂອກາດນີ້, ທ່ານ ສົມໜາຍ ສົງວິໄລ ຮອງ ເຈົ້ານະຄອນ ໄກສອນ ພົມ ວິຫານ ກ່າວວ່າ:

ການເປີດ ຂະບວນການໃນຄັ້ງນີ້ ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປປທ,ວ່ດ້ວຍຄ່າທຳນຽມທາງ ແລະ

ປະຕິບັດຕາມແຈ້ງການຂອງລັດຖະມົນກະຊວງການເງິນ ສະບັບເລກທີ 0951/ກງ, ວ່າດ້ວຍເສຍຄ່າທຳນຽມທາງປະຈໍາປີ 2022,

ທັງນີ້ກໍ່ເພື່ອສຸມໃສ່ປະຕິບັດ ຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍ່ຄືແຜນງົບມານແຫ່ງລັດ

ປະຈຳປີ 2022,ໃຫ້ບັນລຸຕາມລະດັບຄາດໜາຍ.ທັງນີ້ກໍ່ສືບຕໍ່ເຮັດໜ້າທີປຸກລະດົມຊຸກຍູ້ໃຫ້ທຸກຄົນໃນສັງຄົມ

ພາຍໃນນະຄອນໄກສອນ ພົມວິຫານ ໃຫ້ມີຄວາມຕື່ນຕົວ ແລະຈິງໃຈປະກອບສ່ວນປະຕິບັດພັນທະຂອງຕົນໃນການເສຍຄ່າທຳນຽມທາງ

ຢ່າງເປັນຂະບວນການກ້ວາງຂວາງ ແລະຄົບຖ້ວນຖືກຕ້ອງ ໂດຍຜ່ານລະບົບທະນາຄານ ແລະທາງຊ່ອງບໍລິການຕ່າງໆ

ຫຼື ຊຳລະນຳໜ່ວຍງານບໍລິການຂອງສ່ວຍສາອາກອນປະຈຳນະຄອນ ເຊິ່ງຈະໄດ້ລົງເຄື່ອນໄຫວນຳບ້ານ ແລະບັນດາກຸ່ມບ້ານພາຍໃນນະຄອນ ແລະການເສຍຄ່າທຳນຽມທາງ

ແມ່ນເລີ່ມແຕ່ເດືອນ 01ມັງກອນ ຫາເດືອນມີນາຂອງທຸກໆປີ ແລະ ຖ້າຫາກກາຍກຳນົດແມ່ນຈະໄດ້ຖືກປັບໃໜ

.Cr. ຫ້ອງການ ຖະແຫລ່ງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນ ໄກສອນ ພົມວິຫານ______

_M-150 ແກ້ວໃໝ່! ດື່ມແລ້ວຢ່າລືມສົ່ງລະຫັດກ້ອງຝາມາທີ່ www.m150.la ເພື່ອລຸ້ນຮັບຂອງລາງວັນຈຳນວນຫຼາຍກັບ M-150 ໃຫ້ໂຊກ 2 ຊັ້ນ!

About admin

Check Also

ແຕກອີກແລ້ວ

ແຕກອີກແລ້ວ ເສດຖີຄົນໃໝ່ ຖຶກເລກ 500.000.000 ກິບ ດີໃຈນຳຜູ້ໂຊກດວງເຮັງທີ່ເປັນເສດຖີຂ້າມຄືນໃນຄັ້ງນີ້ເດີ 😍ລາງວັນຊື້1,000ກີບ👉1ໂຕທ້າຍ ໄດ້ຮັບ 5,000ກີບ👉2ໂຕທ້າຍ ໄດ້ຮັບ 60,000ກີບ👉3ໂຕທ້າຍ ໄດ້ຮັບ 500,000ກີບ👉4ໂຕທ້າຍ ໄດ້ຮັບ 5,000,000 …

Leave a Reply

Your email address will not be published. Required fields are marked *