28 ບ້ານ ຂອງແຂວງເຊກອງ ໄດ້ຮັບຜົນກະທົບຈາກໄພພິບັດ ລົມພະຍຸໂນຣູ (Noru)

28 ບ້ານ ຂອງແຂວງເຊກອງ ໄດ້ຮັບຜົນກະທົບຈາກໄພພິບັດ ລົມພະຍຸໂນຣູ (Noru) ຕາມການລາຍງານຂອງຄະນະກຳມະການຄຸ້ມຄອງໄພພິບັດ

ຂັ້ນແຂວງ ໃນວັນທີ 29 ກັນຍາ ນີ້ ກ່ຽວກັບສະພາບຜົນກະທົບຈາກໄພພິບັດທາງທຳມະຊາດ ລະຫວ່າງວັນທີ 27-29 ກັນຍາ 2022 ແຂວງເຊກອງ ເປັນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ເນື່ອງຈາກໄດ້ມີລົມພາຍຸ

ເຂດຮ້ອນ ໂນຣູ (Noru) ຫົວທີ 16 ເຂົ້າພັດຜ່ານ ແຂວງເຊກອງ ໃນວັນທີ27-28 ກັນຍາ ແລະ ໄດ້ສົ່ງຜົນກະທົບ ໂດຍກົງຕໍ່ປະຊາຊົນພາຍໃນແຂວງ.

ເມືອງກະລຶມ ແລະ ເມືອງດາກຈຶງ ເປັນເມືອງທີ່ ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ມີ 28 ບ້ານ, ສູນຫາຍ 1 ຄົນ (ເມືອງດາກຈຶງ), ເສັ້ນທາງ 20 ເສັ້ນ, ລະບົບນໍ້າລິນ 1 ແຫ່ງ, ໄຟຟ້າ 1 ຈຸດ; ໃນວັນທີ 28 ລະດັບນໍ້າເຊກອງ

ຄລິບ

ສາມາດແທກໄດ້ 14,26 ແມັດ ເວລາ 19:00 ໂມງ, ແລະ ສາຂາຂອງແມ່ນຳ້ເຊກອງ ເກີດມີນໍ້າຖ້ວມຂັງ, ນໍ້າປ່າໄຫຼຫຼາກ; ມາຮອດວັນທີ 29 ລະດັບນ້ຳເຊກອງ ໄດ້ລົດລົງ ແທກໄດ້ 7,21 ແມັດ

ເວລາ 9:00 ໂມງ ແລະ ສາຂາຂອງແມ່ນ້ຳເຊກອງ ແມ່ນໄດ້ລົດລົງ.ມີ 4 ຕົວເມືອງໄດ້ຮັບຜົນຄື: ເມືອງລະມາມ : ມີ 7 ບ້ານ, ນໍ້າຖ້ວມຂັງ 4 ຈຸດ, ເສັ້ນທາງສັນຈອນບໍ່ໄດ້ 2 ເສັ້ນ; ເມືອງທ່າແຕງ : ມີ 6 ບ້ານ, ນໍ້າຖ້ວມພື້ນທີ່ການຜະລິດ,

ເສັ້ນທາງ 2 ຈຸດ, ເມືອງກະລຶມ : ໄດ້ຮັບຜົນກະທົບ 10 ບ້ານ, ລະບົບໄຟຟ້າ 1 ຈຸດ, ລະບົບນ້ຳລິນໃຊ້ການບໍ່ໄດ້ບາງຈຸດ. ດິນເຊາະເຈື່ອນ ຖົມທາງ 9 ເສັ້ນ, ເມືອງດາກຈຶງ:

ໄດ້ຮັບຜົນກະທົບ 5 ບ້ານສູນຫາຍ 1 ຄົນ, ລະບົບໄຟຟ້າ 1 ຈຸດ, ລະບົບນໍ້າລິນໃຊ້ການບໍ່ໄດ້ບາງຈຸດ, ດິນເຊາະເຈື່ອນຖົມທາງ 7 ເສັ້ນ (ບໍ່ສາມາດໄປມາໄດ້), ສໍາລັບຂໍ້ມູນຜົນກະທົບ-ຜົນເສຍຫາຍບໍ່ທັນຮູ້ອັນລະອຽດເທື່ອ

ຈະມີການລາຍງານໃຫ້ຮັບຊາບພາຍຫຼັງ. ມາດຕະການແກ້ໄຂ ການຊ່ວຍເຫຼືອສຸກເສີນ ເບື້ອງຕົ້ນ ຂັ້ນແຂວງໄດ້ອອກແຈ້ງການຂໍ້ມູນຂ່າວສານເຕືອນໄພລ່ວງໜ້າ ໃຫ້ປະຊາຊົນຮັບຮູ້ເພື່ອກຽມຄວາມພ້ອມຕອບໂຕ້

ແລະ ຮັບມືກັບເຫດການຕ່າງໆໃຫ້ທັນກັບສະພາບການ; ລົງກູ້ໄພຊ່ວຍເຫຼືອສຸກເສີນ ປະຊາຊົນທີ່ປະສົບເຄາະຮ້າຍຈາກລົມພະຍຸ ແລະ ນ້ຳປາໄຫຼຫຼາກ,

ໂດຍນໍາໃຊ້ເຮືອກູ້ໄພ ຊ່ວຍເຫຼືອຍົກຍ້າຍບຸກຄົນທີ່ຖືກນໍ້າຖ້ວມ ໄປຢູ່ບ່ອນປອດໄພ; ໄດ້ແຕ່ງຕັ້ງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ປະຈຳການ 24 ຊົ່ວໂມງ,

ຕິດຕາມ ແລະ ເຝົ້າລະວັງ ພະຍຸໂນຣຸ ເພື່ອກຽມພ້ອມຮັບມື ແລະ ຕອບໂຕ້; ໄດ້ຮັບງົບປະມານການຊ່ວຍເຫຼືອຈາກຂັ້ນແຂວງ ເປັນເງິນສົດ ຈຳນວນ 40 ລ້ານກີບ

ເພື່ອນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ແລະ ໃຫ້ການຊ່ວຍເຫຼືອຜູ້ທີ່ປະສົບໄພພິບັດໃນເບື້ອງຕົ້ນ.

ແຫລ່ງຂ່າວ: ແຂວງເຊກອງ

#ຂ່າວຮູບພາບລາວພັດທະນາ​ #ເຫດການ​ #ນໍ້າຖ້ວມ #ແຂວງເຊກອງ

About admin

Check Also

ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້

👏👏👏 ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້ ຕອນຄ່ຳວັນທີ 30 ມິນາ 2023 ທີ່ໂຮງແຮມລາວພລາຊາ , ສະຫາຍ …

Leave a Reply

Your email address will not be published. Required fields are marked *