ຂ່າວທົ່ວໄປ
ເຈົ້າໜ້າທີ່ເມືອງໂພນໂຮງ ລົງເຮັດວຽກຕາມເສັ້ນທາງ 13 ເໜືອ

🔥🔥🔥ເຈົ້າໜ້າທີ່ເມືອງໂພນໂຮງ ລົງເຮັດວຽກຕາມເສັ້ນທາງ 13 ເໜືອ ເພີ່ມຄວາມປອດໄພໃຫ້ຜູ້ໃຊ້ຖະໜົນທີ່ກຳລັງມີການກໍ່ສ້າງ

ພະແນກໂຄສະນາວຽກງານຈະລາຈອນ. ພະແນກທາງຫຼວງ,ກົມຕຳຫຼວດຈະລາຈອນ ລົງເຄື່ອນໄຫວຕັ້ງຈຸດກວດກາ ເອກະສານ ແລະ ສຶກສາອົບຮົມໃຫ້ກັບນັກຂັບຂີ່ນຳໃຊ້ເສັ້ນທາງ13 ເໜືອ (ຊ່ວງສີເກີດ-ໂພນໂຮງ)
ນອກຈາກນີ້, ຍັງມີກອງຮ້ອຍຈະລາຈອນເມືອງໂພນໂຮງ, ແຂວງວຽງຈັນ ມາສົມທົບເພື່ອແນະຜູ້ທີ່ນຳໃຊ້ເສັ້ນທາງທີ່ກຳລັງມີການກໍ່ສ້າງໃຫ້ຜູ້ໃຊ້ລົດໃຊ້ຖະໜົນເພີ່ມຄວາມລະມັດລະວັງໃນການສັນຈອນຜ່ານ, ຫຼີກເວັ້ນການເກີດອຸປະຕິເຫດຕາມເສັ້ນທາງມີການກໍ່ສ້າງ