ປະຈຸບັນມີຜູ້ມາຖອນໄປແລ້ວ 260ຄົນ ແລະ ຍັງຈຳນວນ 60 ຄົນ ແມ່ນບໍ່ຕ້ອງການຖອນຈະລໍຖ້າການຈັດສົ່ງໄປເຮັດວຽກໃນລະດູການໜ້າ.
ເມື່ອຫຼາຍເດືອນຜ່ານມາ ກະແສການໄປເຮັດວຽດຢູ່ເກົາຫຼີ ມາແຮງ ແລະບໍລິສັດສະຫວັນຈັດຫາງານກໍ່ແມ່ນໜຶ່ງໃນສອງບໍລິສັດທີ່ໄດ້ຮັບອະນຸຍາດຈາກ ກະຊວງແຮງງານ ແລະສະຫວັດການສັງຄົມ ເພື່ອຈັດສົ່ງແຮງງານໄປເກົາຫຼີ
ເຊິ່ງໄດ້ຮັບເອົາຄົນຈຳນວນຫຼາຍທີ່ເຂົ້າມາສະໝັກ ພ້ອມຈ່າຍເງິນຄ່າໃຊ້ຈ່າຍຕ່າງໆ ຄວາມຫວັງຄືພ້ອມບິນຢາກໄປເຮັດວຽກຢູ່ເກົາຫຼີຕາມລະດູການ
ແຕ່ເນື່ອງຈາກໂກຕ້າຮັບມີຈຳນວນຈຳກັດ ແລະທະຍອຍມາເທື່ອລະໜ້ອຍຈິ່ງເຮັດໃຫ້ແຮງງານທີ່ຢາກໄປບໍອາດລໍຄອຍຖ້າ ແລະຕ້ອງການຖອນເງິນຄືນ.
ຫຼ້າສຸດນີ້ມີລາຍງານວ່າ ບໍລິສັດ ສະຫວັນ ບໍລິການຈັດຫາງານ ຈຳກັດໄດ້ສົ່ງເງິນຄືນໃຫ້ກັບຜູ້ທີ່ໄດ້ລົງທະບຽນມັດຈຳໄວ້ ເພື່ອທີ່ຈະໄປເຮັດວຽກຕາມລະດູການຂະແໜງກະສິກຳ ຢູ່ ສ.ເກົາຫຼີ. ໃນວັນທີ 22- 30 ກັນຍາ 2022, ທີ່ ບໍລິສັດ ສະຫວັນ ບໍລິການຈັດຫາງານ ຈຳກັດ .
ຍ້ອນສາຍເຫດທີ່ບັນຫາການໂຕນໜີ ຂອງແຮງງານ ຢູ່ ສ.ເກົາຫລີ ຈື່ງໄດ້ໂຈະການຈັດສົ່ງແຮງງານໄປເຮັດວຽກລະດູການ, ພ້ອມນີ້ກໍເນື່ອງຈາກໝົດລະດູການທຳການຜະລິດກະສິກຳ ເລີຍໄດ້ເລື່ອນການຈັດສົ່ງແຮງງານໄປເຮັດວຽກຕາມລະດູການອອກໄປ.
ອັນເຮັດໃຫ້ມີຜູ້ສະໝັກຈຳນວນໜຶ່ງໄດ້ມາຮຽກຮ້ອງຕໍ່ວ່າບໍລິສັດສະຫວັນບໍລິການ ຈັດຫາງານ ເນື່ອງຈາກວ່າ ລົງທະບຽນແລ້ວ ບໍ່ມີລາຍຊື່ອອກໄປເຮັດວຽກ ແລະ ຢາກມາຂໍຖອນເງີນຄືນ, ອັນໄດ້ສ້າງຄວາມສັບສົນໃຫ້ກັບຫຼາຍໆຄົນທີ່ລົງທະບຽນໄປກ່ອນໜ້ານັ້ນ.
ດັ່ງນັ້ນ ຜູ້ທີ່ລົງທະບຽນກ່ອນແລ້ວ ຫາກມີຄວາມຕ້ອງການເງິນຄືນ ແມ່ນໃຫ້ມາລົງທະບຽນກັບໜ່ວຍງານທີ່ກ່ຽວຂ້ອງ ແລະ ພາຍຫຼັງສັງລວມໄດ້ແລ້ວ ແມ່ນຈະແຈ້ງໃຫ້ຜູ້ລົງທະບຽນມາຮັບເງິນຄືນ.
ຕໍ່ກັບປະເດັນດັ່ງກ່າວ, ທາງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ອະທິບາຍເພີ່ມເຕີມກ່ຽວກັບ ເງື່ອນໄຂຂອງການລົງທະບຽນ ສະໝັກໄປເຮັດວຽກຕາມລະດູການ ຢູ່ ສ.ເກົາຫຼີ ລວມທັງລະບຽບໃນການຈັດສົ່ງ, ພ້ອມທັງ ຊີ້ແຈງບາງເງື່ອນໄຂຄວາມຕ້ອງການທີ່ຕະຫຼາດແຮງງານຂອງ ສ.ເກົາຫຼີ ຮັບແຮງງານຈາກ ສປປລາວ,
ປະຈຸບັນມີຜູ້ມາຖອນເງິນລວມທັງຫມົດ 360 ຄົນ ຮອດວັນທີ28/09/2022 ຖອນໄປແລ້ວ 260ຄົນ ແລະ ຍັງຈຳນວນ 60 ຄົນ ແມ່ນບໍ່ຕ້ອງການຖອນຈະລໍຖ້າການຈັດສົ່ງໄປເຮັດວຽກໃນລະດູການໜ້າ.
ທາ່ນໃດຖ້າຕ້ອງການທີ່ຈະໄປເຮັດວຽກຕາມລະດູການຢູ່ ສ.ເກົາຫລີ ກໍສາມາດມາລົງທະບຽນຄືນໃຫມ່ ກັບກົມການຈັດຫາງານ, ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ແລະ ບໍລິສັດຈັດຫາງານ ທີ່ທາງກະຊວງກຳນົດເທົ່ານັ້ນໃນໂມງລັດຖະການ.
(ຂາ່ວສານຮສສ)