ຄືບໜ້າ: ກໍລະນີພົບມີຜູ້ເສຍຊີວິດໃນລົດ ຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ຂ່າວໜັງສືພິມຄວາມສະຫງົບ ລາຍງານໃຫ້ຮູ້ຕື່ມວ່າ:
ຕໍ່ກັບເຫດການ ມີຄົນຖືກຍິງເສຍຊີວິດຢູ່ໃນລົດຈິບ ຟໍຈູນເນີ ໝາຍເລກທະບຽນ ຮຣ 5345 ກຳແພງນະຄອນ ຢູບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 2 ຕຸລາ 2022.ຫຼ້າສຸດ,
ເຈົ້າໜ້າທີ່ ປກສ ກຸ່ມ 1 ຈອມມະນີ ລາຍງານວ່າ: ເວລາ 12:30 ໂມງ ຂອງວັນທີ 2 ກັນຍາ 2022, ທາງບ້ານໂພນພະເນົາ ໄດ້ຮັບແຈ້ງທາງໂທລະສັບວ່າ ມີຄົນຖືກປືນຍິງເສຍຊີວິດຄາລົດ,
ຈາກນັ້ນ, ທາງອົງການປົກຄອງບ້ານໂພນພະເນົາ ແລະ ປກສ ກຸ່ມຈອມມະນີ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ໄປຈຸດເກີດເຫດຢູ່ທາງຮ່ອມໜ່ວຍ 1 ບ້ານໂພນພະເນົາ ໄດ້ພົບຟໍຈູນເນີ ໝາຍເລກທະບຽນ ຮຣ 5345 ກຳແພງນະຄອນ
ຍັງຕິດຈັກຢູ່ ແລ້ວມີຜູ້ຊາຍໜຶ່ງຄົນນັ່ງຢູ່ທາງເບາະໜ້າເບື້ອງຄົນຂັບ ຖືກປືນຍິງເຂົ້າຂະໝັບເບື້ອງຂວາທະລຸເບື້ອງຊ້າຍເສຍຊີວິດຄາລົດ.ຜູ້ເສຍຊິວິດເປັນເພດຊາຍ ອາຍຸ 28 ປີ
ຢູ່ບ້ານໂພນສະຫວັນ ນະຄອນໄກສອນ ແຂວງສະຫວັນນະເຂດ ພັກເຊົາຢູ່ບ້ານໂພນພະເນົາ. ຈຸດເກີດເຫດ ແມ່ນຫ່າງຈາກເຮືອນຜູ້ກ່ຽວອາໄສຢູ່ໃນປັດຈຸບັນປະມານ 250-300 ແມັດ.ເລື່ອງນີ້ຍັງບໍ່ຢືນຢັນວ່າເປັນການຄາຕະກຳ ຫຼື
ການຂ້າໂຕເອງຕາຍ ເພາະຈາກການລາຍງານເຈົ້າໜ້າທີ່ເບື້ອງຕົ້ນພົບເຫັນປືນສັ້ນ ຊີແຊັດ 75. 9 ມມ 1 ກະບອກ ວາງຢູ່ວ່າງຂາ ມີລູກປືນໃນລຳກ້ອງ 1 ນັດ ແລະ ມີລູກປືນຢູ່ເບາະນັ່ງເບື້ອງຄົນຂັບ 4 ລູກ ແລະ ເບາະຂ້າງຄົນຂັບ 4 ລູກ ແລະ
ຢູ່ໃນຕັບໂລ້ລົດອີກຈຳນວນໜຶ່ງ. ລົດແມ່ນລັອກປະຕູທາງດ້ານໃນ ແລະ ບໍ່ມີຮ່ອງຮອຍກະສູນຈາກດ້ານນອກລົດ. ສ່ວນປະຕູຫຼັງຊ້າຍແມ່ນຫຼານຂອງຜູ້ເສຍຊີວິດເອົາກ້ອນຫີນທຸບເພື່ອເປີດປະຕູ.

ຂ່າວຈາກ: ໜັງສືພິມຄວາມສະຫງົບ
#ຂ່າວພາຍໃນລາວພັດທະນາ #ເຫດການ