* ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ ວັນທີ 9 ກັນຍາ 2022,
ເຈົ້າໜ້າທີ່ ປກສ ເມືອງປາກງື່ມ ຈັບຜູ້ສົ່ງຢາບ້າເຂົ້າເມືອງປາກງື່ມ ຈໍານວນ 23 ພັນກວ່າເມັດ.
ເປົ້າໝາຍຖືກຈັບໄດ້ ຊື່ ທ້າວ ແຮ່ວ ອາຍຸ 37 ປີ ບ້ານ ຜາງແຫ້ງ
ເມືອງນາຊາຍທອງ ສາລະພາບວ່າ: ຢາບ້າ ຈໍານວນດັ່ງກ່າວໄດ້ ຊື້ນໍາຊາຍຄົນໜຶ່ງ ຢູ່ບ້ານ ສີເກີດ ເມືອງນາຊາຍທອງ ນວ, ຊື້ຄັ້ງລະ 12.000 ເມັດ,
ຫຼາຍຄັ້ງ, ເຊິ່ງຄັ້ງຫຼ້າສຸດແມ່ນ ຊື້ຈຳນວນ 18 ມັດ ມີ 36.000 ເມັດ, ພໍໄດ້ຢາບ້າມາແລ້ວ ກໍເອົາໄປຂາຍ ໃຫ້ກັບໄວລຸ້ນທົ່ວໄປ ຢູ່ບ້ານໃກ້ຄຽງ.



ຕົກມາຮອດເວລາ 13:20 ໂມງ ຂອງວັນທີ 9 ກັນຍາ 2022, ຕົນເອງ ກຳລັງຂັບຂີ່ລົດຈັກ ຈະໄປສົ່ງຢາບ້າ ໃຫ້ຜູ້ຮ່ວມຂະບວນການ
ຢູ່ເຂດບ້ານຫົວນາ ເມືອງ ປາກງື່ມ ຈຶ່ງຖືກເຈົ້າໜ້າທີ່ ເຂົ້າກັກຕົວ ພ້ອມຂອງກາງຢາ ຈຳນວນ 23.505 ເມັດ.