ຂ່າວຕ່າງປະເທດຂ່າວທົ່ວໄປ
ມາເລເຊຍ ສັ່ງຍົກຍ້າຍປະຊາຊົນ30.000 ຄົນອອກຈາກເຂດນ້ຳຖ້ວມ


ຕາມຂ່າວຈາກຈີນ, ເມື່ອບໍ່ດົນມານີ້ ມາເລເຊຍ ສັ່ງຍົກຍ້າຍ ປະຊາຊົນ 30.000 ຄົນ ກວມເອົາ 7.000 ຄອບຄົວ ໃນ 6ລັດ ໄປຢູ່ສະຖານທີ່ ປອດໄພ ຫລັງຈາກ ເກີດຝົນ ຕົກໜັກ ຈົນເກີດນ້ຳຖ້ວມ ເປັນບໍລິເວນກວ້າງ.ຂະນະນີ້

ຍັງມີລັດປາຮາງ ແມ່ນໜັກໜ່ວງທີ່ສຸດ ປະຊາຊົນ 22.000ກວ່າຄົນ ຖືກຍົກຍ້າຍ ຢ່າງຮີບດ່ວນ.ຝົນຕົກຄັ້ງນີ້ ຖືວ່າ ຮຸນແຮງສຸດ ເຮັດໃຫ້ເກີດ ດິນເຈື່ອນ ລົງມາໃສ່ ເສັ້ນທາງ 200 ກວ່າເສັ້ນ ບໍ່ສາມາດ ສັນຈອນໄປມາໄດ້.
