ສປປ ລາວກະກຽມການສົ່ງເຂົ້າສານ 2,000 ໂຕນ ໄປຂາຍຢູ່ ສປ ຈີນ ໃນເດືອນ ມັງກອນ 2021 ນີ້, ຊຶ່ງເປັນໜຶ່ງໃນຂໍ້ການຕົກລົງ ໂຄຕ້າທາງການຄ້າ ລະຫວ່າງ ລາວ ແລະ ສປ ຈີນ.

ສປ ຈີນ ເປັນປະເທດ ສົ່ງເຂົ້າອອກຂາຍ ອັນດັບ 1 ຂອງໂລກ ແລະ ເປັນຄູ່ຄ້າອັນດັບ 2 ຂອງ ສປປ ລາວ. ໄລຍະຜ່ານມາ ການສົ່ງເຂົ້າຈາກລາວ ໄປຈີນ

ແມ່ນເພີ່ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງເປັນຜົນມາຈາກ ຂໍ້ຕົກລົງພິເສດ ທາງການຄ້າ ລະຫວ່າງ ສອງປະເທດ.