ພົນລະເມືອງດີສາມາດຈັບໂຈນໄດ້ ຢູ່ເຂດບ້ານ ໜອງດາ-ເກົ້າລ້ຽວ ທີ່ພວມເລາະຊອກລັກເຄື່ອງຂອງປະຊາຊົນ.
ເຊົ້າມືດເວລາປະມານ 01:15 ໂມງ
ຂອງວັນທີ 9 ຕຸລາ 2022 ນີ້, ມີພົນລະເມືອງດີສາມາດຈັບໂຈນໄດ້ ຢູ່ເຂດບ້ານ ໜອງດາ-ເກົ້າລ້ຽວ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ,
ທີ່ພວມເລາະຊອກລັກເຄື່ອງຂອງປະຊາຊົນເຂດບ້ານດັ່ງກ່າວ.
ດັ່ງນັ້ນ, ພົນລະເມືອງດີກໍໄດ້ແຈ້ງທາງກອງຫລອນບ້ານມາເຮັດບົດບັນທຶກ ແລະ ກວດຄົ້ນຕົວຜູ້ກ່ຽວ ແລ້ວພົບຢາບ້າ 3 ເມັດ, ພ້ອມທັງຈັບຕົວໄປດຳເນີນຄະດີຕາມລະບຽບກົດໝາຍ.





ເຫດການດັ່ງກ່າວກໍຂໍຊົມເຊີຍພົນລະເມືອງດີທີ່ສາມາດຈັບໂຈນໄດ້ບໍ່ໃຫ້ໄປກໍ່ເຫດລັກເຄື່ອງຂອງປະຊາຊົນ ອັນກໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ໃນສັງຄົມ.
ພ້ອມນີ້ຂໍຝາກເຕືອນຜູ້ທີ່ທຽວທາງດັ່ງກ່າວໃຫ້ມີສະຕິລະມັດລະວັງຕົວ ເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນ
.ພາບຈາກ: ສຸ້ຍ ປະເສີດ
#ຂ່າວຮູບພາບລາວພັດທະນາ
#ເຫດການ
#ໂຈນ