ສາລະໜ້າຮູ້

ມາເບິ່ງ 3 ເຫດຜົນຂອງຄູ່ຮັກທີ່ໝົດໃຈ ແຕ່ຍັງຕ້ອງທົນຄົບກັນຢູ່ ເຫດຜົນ

ມາເບິ່ງ 3 ເຫດຜົນຂອງຄູ່ຮັກທີ່ໝົດໃຈ ແຕ່ຍັງຕ້ອງທົນຄົບກັນຢູ່ ເຫດຜົນຄື ?

1. ບໍ່ກ້າທີ່ຈະເລີ່ມຕົ້ນໃໝ່ : ມັນບໍ່ແມ່ນເລື່ອງແປກດອກທີ່ເຮົາຈະຢ້ານການປ່ຽນແປງ ເຂົ້າໃຈຢູ່ວ່າການພາຊີວິດໂຕເອງອອກມາຈາກສິ່ງທີ່ໂຕເອງຄຸ້ນເຄີຍມັນຍາກສໍ່າໃດ ຄືເວລາທີ່ເຮົາຈະເລີກກັບແຟນມັນຈະມີຄວາມຄິດຫຼາຍຢ່າງເຂົ້າໃນຫົວ ຖ້າເລີກກັບຄົນນີ້ແລ້ວຈະຫາດີໄດ້ກວ່ານີ້ບໍ່ ຫຼື ຈະຍິ່ງຮ້າຍແຮງໄປກວ່ານີ້ບໍ່ ແຕ່ເອົາແທ້ໆ ຖ້າໝົດຮັກແລ້ວ ຄົບກັນໄປຕໍ່ກໍ່ເທົ່ານັ້ນແຫຼະ ເສຍເວລາລ້າໆ ເລີ່ມຕົ້ນໃໝ່ຈະດີກວ່າ.

2. ຄວາມເຄີຍຊິນ : ໃນຊີວິດເຮົາມີຄົນໆໜຶ່ງຢູ່ກັບເຮົາມາດົນ ຕື່ນເຊົ້າມາກໍ່ຕ້ອງລົມກັນ ກາງເວັນກໍ່ຕ້ອງເຈິໜ້າກັນ ເຖິງຄວາມຮັກມັນຈະບໍ່ເຫຼືອແລ້ວກໍ່ຕາມ ແຕ່ຖ້າຄົນໆນີ້ຫາຍໄປ ເຮົາກໍ່ບໍ່ຮູ້ວ່າຈະໃຊ້ຊີວິດຢູ່ໄດ້ບໍ່ ຖ້າໃຜທີ່ຕົກຢູ່ໃນສະຖານະການແບບນີ້ກໍ່ຂໍໃຫ້ຄິດເບິ່ງໃຫ້ດີໆ ບາງທີເຮົາອາດຈະກໍາລັງເບື່ອຊື່ໆກໍ່ໄດ້.

3. ຄວາມຜູກພັນ : ມັນເປັນອັນໃດທີ່ເປັນຕາຢ້ານກວ່າຄວາມຮັກອີກ ມັນເປັນທັງເລື່ອງຄວາມຮູ້ສຶກ ແລະ ເວລາປະສົມປົນເປລວມກັນ ທຸກໆສິ່ງ ທຸກໆຢ່າງໃນຊີວິດທີ່ເຮົາແຊກັບຄົນໆໜຶ່ງເປັນເວລາດົນໆ ມັນມັກຈະມີຄວາມຜູກພັນຢູ່ໃນນັ້ນສະເໝີ ເຖິງແມ່ນວ່າທ້າຍທີ່ສຸດຄົນສອງຄົນຈະຕ້ອງແຍກຍ້າຍກັນໄປ ແຕ່ເຊື່ອໂລດວ່າຈະບໍ່ມີມື້ໃດເລີຍທີ່ເຮົາຈະບໍ່ຄິດເຖິງ ຫຼື ນຶກເຖິງອີກຝ່າຍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button