ເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ຈັບຜູ້ຖືກຫາລັກ ງົວ-ຄວາຍ ປະຊາຊົນພາຍຫຼັງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຮັບຂໍ້ມູນຂ່າວຈາກພົນລະເມືອງດີວ່າ:
ຢູ່ຂອບເຂດ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ມີຄົນບໍ່ດີເຄື່ອນໄຫວລັກລັກຊັບພົນລະເມືອງປະເພດ ງົວ, ຄວາຍ ຂອງປະຊາຊົນ.
ສະນັ້ນ, ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ຄະດີອາຍາ ກອງບັນຊາການ ປກສ ເມືອງໂພນໂຮງ ຈຶ່ງເລັ່ງຕິດຕາມເປົ້າໝາຍ ຈຶ່ງສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຄື: ທ້າວ ຢົວໄທຢ່າງ ອາຍຸ 52 ປີ
ປະຊາຊົນຢູ່ບ້ານໂພນຄໍາໃຕ້ ເມືອງໂພນໂຮງ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 24 ພຶດສະພາ 2022 ໃນຂໍ້ກ່າວຫາລັກຊັບພົນລະເມືອງ ປະເພດ ງົວ-ຄວາຍ ມາທຳການສຶບສວນ-ສອບສວນ.ຜ່ານການສືບສວນສອບສອນຂອງເຈົ້າໜ້າທີ່, ທ້າວ ຢົວໄທຢ່າງ ໄດ້ຮັບສາລະພາບວ່າ: 1).

ໃນຄັ້ງວັນທີ 28 ຕຸລາ 2021, ຜູ້ກ່ຽວໄດ້ໄປລັກເອົາຄວາຍແມ່ (ຄວາຍດ່ອນ) ຢູ່ບ້ານນາເພີຍ ເມືອງທຸລະຄົມແຂວງວຽງຈັນ ຈຳນວນ 1 ໂຕ ແລ້ວໄປຂາຍໃຫ້ກັບພໍ່ຄ້າທີ່ໄດ້ນັດໝາຍກັນໄວ້ ໃນລາຄາ 4.000.000 ກີບ2). ໃນຄັ້ງວັນທີ 5 ກຸມພາ 2022,
ໄດ້ໄປລັກງົວແມ່ສີແດງ ຢູ່ບ້ານນາເລົາ ເມືອງໂພນໂຮງ ແຂວງວຽງຈັນ ຈໍານວນ 1 ໂຕ. ຈາກນັ້ນ, ກໍເອົາໄປຂາຍໃຫ້ກັບພໍ່ຄ້າບໍ່ຊາບຊື່ ໃນລາຄາ 2.000.000 ກີບ; 3). ຕໍ່ມາ, ບໍ່ຈື່ວັນທີໃນປີ 2022, ຜູ້ກ່ຽວແມ່ນໄດ້ໄປລັກເອົາງົວເພດແມ່ສີເຫຼືອງ ຢູ່ຂອບເຂດບ້ານໂພນຄຳເໜືອ ເມືອງໂພນໂຮງ
ຈໍານວນ 1 ໂຕ ແລ້ວກໍໄດ້ເອົາໄປຂາຍໃຫ້ກັບພໍ່ຄ້າທີ່ນັດໝາຍກັນໄວ້ ໃນລາຄາ 1.800.000 ກີບ; 4). ໃນຄັ້ງວັນທີ 20 ພຶດສະພາ 2022, ຜູ້ກ່ຽວແມ່ນໄດ້ໄປລັກເອົາງົວເພດຜູ້ ສີຂາວເຫຼືອງ ຢູ່ບ້ານໂຮງເລືອຍ ເມືອງໂພນໂຮງ ຈໍານວນ 1 ໂຕ
ແລ້ວໄປລັກເອົາອີກ 1 ໂຕ ຢູ່ຂອບເຂດບ້ານໂພນຄໍາເໜືອ ເມືອງໂພນໂຮງ.ຈາກນັ້ນ, ກໍເອົາໄປຂາຍໃຫ້ກັບພໍ່ຄ້າບໍ່ຊາບຊື່ ໃນລາຄາ 6.000.000 ກີບ;ມາຮອດວັນທີ 23 ພຶດສະພາ 2022, ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ-ເສດຖະກິດ ປກສ ເມືອງໂພນໂຮງ
ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ ມີຄົນບໍ່ດີເຄື່ອນໄຫວລັກຊັບພົນລະເມືອງ ປະເພດ ງົວ-ຄວາຍ. ພາຍຫຼັງເຈົ້າໜ້າທີ່ ໄດ້ຮັບແຈ້ງຄວາມ ຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງລົງກວດສອບຢ່າງລະອຽດ. ຜ່ານການກວດກາເກັບກໍາຂໍ້ມູນ
ຈຶ່ງສາມາດຮູ້ໄດ້ວ່າ ລົດແກ່ ງົວ-ຄວາຍແມ່ນໄດ້ເຂົ້າໄປທາງດ່ວນໃນມື້ທີ່ເກີດເຫດນັ້ນແມ່ນລົດກະບະຮຸນໃດ H 100 ສີຟ້າ ຕິດປ້າຍທະບຽນ ກກ 0602 ຊຽງຂວາງ, ເຊິ່ງລົດຄັນດັ່ງກ່າວແມ່ນຂອງ ທ້າວ ຢົວໄທຢ່າງ.
ມາຮອດວັນທີ 24 ພຶດສະພາ 2022, ເຈົ້າໜ້າທີ່ຕໍາຫຼວດໝ່ວຍງານວິຊາສະເພາະ ຈຶ່ງໄດ້ສົມທົບກັບ ປກສ ກຸ່ມບ້ານ ແລະ ອຳນາດການປົກຄອງບ້ານໂພນຄໍາໃຕ້ ເມືອງໂພນໂຮງ
ລົງກວດກາຢູ່ທີ່ເຮືອນຂອງຜູ້ກ່ຽວ ຈຶ່ງພົບເຫັນລົດຄັນດັ່ງກ່າວແຕ່ບໍ່ຕິດປ້າຍທະບຽນ. ຜ່ານການກວດກາລົດຈຶ່ງໄດ້ພົບເຫັນປ້າຍທະບຽນລົດທີ່ຜູ້ກ່ຽວໄດ້ຊຸກເຊືອງໄວ້ໃນແຄບລົດ ຜູ້ກ່ຽວຈຶ່ງໄດ້ຍອມຈໍານົນຕໍ່ຂໍ້ມູນຫຼັງຖານ ຍ້ອນຄວາມເອົາໃຈໃສ່ຂອງເຈົ້າໜ້າທີ່ໃນການຕິດຕາມເປົ້້າໜາຍດັ່ງກ່າວ.
ໃນທີ່ສຸດ, ກໍສາມາດກັກຕົວທ້າວ ຢົວໄທຢ່າງ
ໄດ້ໃນວັນທີ 24 ພຶດສະພາ 2022, ແລ້ວນໍາຕົວຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໜາຍ, ສ່ວນເງິນທີ່ໄດ້ຈາກຂາຍງົວ,
ຄວາຍ ແມ່ນເອົາໄປໃຊ້ຈ່າຍຈົນໝົດ.ຄວາມສະຫງົບ