ຂ່າວທົ່ວໄປ
ພົບເຫັນແລ້ວນ້ອງຈູນລະນີອາຍຸ8ປີ ທີ່ຈິງແລ້ວຫາຍໂຕໄປບ່ອນນີ້

ຈາກໂພສຂອງທີມງານຂ່າວເຮົາໄດ້ໂພສອອກໄປເມື່ອທີ່ຜ່ານມານັ້ນ ຈາກແມ່ຂອງນ້ອງຈູນລະນີ ທີ່ຂໍຄວາມຊ່ວຍເຫລືອໃຫ້ປະກາດຕາມຫານັ້ນ (ຕອນນີ້ພົບຕົວນ້ອງແລ້ວ ແລະ ກໍ່ປອດໄພດີ)

ເລື່ອງມີຢູ່ວ່າ ພໍ່ຂອງ ນ້ອງຈູນລະນີ ທີ່ເລີກກັບເມຍໄດ້ປະມານ1ປີແລ້ວ ໄດ້ມາພາລູກສາວຫນີໄປບ້ານເຫລົ່າສຸລິຍະເຊີງເປັນບ້ານພໍ່ ຂອງນ້ອງຈູນ
ໂດຍທີ່ພໍ່ບໍ່ໄດ້ບອກທາງຍາດຝ່າຍຍິງເລີຍ ໄປຖາມກໍ່ບອກວ່າບໍ່ຮູ້ ແຕ່ສຸດທ້າຍກໍ່ຍອມຮັບວ່າໄດ້ພາລູກກັບເມືອບ້ານນຳແທ້ ຕອນນີ້ກໍ່ເຮັດຍາດຝ່າຍແມ່ຂອງນ້ອງຈູນ ສະບາຍໃຈຂື້ນແລ້ວ.
ສິ່ງທີ່ທັງຝ່າຍຊາຍບໍ່ຄວນເຮັດຄືເອົາລູກສາວໄປໂດຍບໍ່ຍາດຝ່າຍຍິງເລີຍເຮັດໃຫ້ເປັນເລື່ອງຄວາມໂກລະຫົນຂື້ນ ທຸກຢ່າງຕ້ອງຄ່ອຍເວົ້າຄ່ອຍກັນເດີເລື່ອງຂອງຄອບຄົວແຕ່ກໍ່ຂໍສະແດງຍິນດີທີ່ນ້ອງບໍ່ເປັນຫຍັງ ປອດໄພດີແລ້ວ