ສາລະໜ້າຮູ້

3 ບຸນໃຫຍ່ ​ແນະ​ນຳ​ໃນ​ຊີ​ວິດຢາກ​ໃຫ້​ເຮັດ ​ຈາກ​ຊີ​ວິດ​ດີ​ຢູ່​ແລ້ວ ຍິ່ງ​ດີ​ຂຶ້ນ​ໄປ​ອີກ ​ສາ​ທຸ​ເດີ້

3 ບຸນໃຫຍ່ ​ແນະ​ນຳ​ໃນ​ຊີ​ວິດຢາກ​ໃຫ້​ເຮັດ ​ຈາກ​ຊີ​ວິດ​ດີ​ຢູ່​ແລ້ວ ຍິ່ງ​ດີ​ຂຶ້ນ​ໄປ​ອີກ

ມື້​ນີ້​ຈະ​ມາ​ແນະ​ນຳ 3 ບຸນ​ໃຫຍ່ ຢາກ​ໃຫ້​ເຮັດ ແລະ ຮີບ​ເຮັດ​ໃຫ້​ຄົບ ຕາມ​ຄວາມ​ເຊື່ອ​ວ່າ​ຈະ​ສົ່ງ​ຜົນ​ໃຫ້​ເຮົາ​ມີ​ຊີ​ວິດ​ທີ່​ດີ, ດີ​ຂື້ນ​ເລື້ອຍໆ ທຸກ​ເລື່ອງ​ບໍ່​ວ່າ​ຈະ​ເປັນ​ການ​ງານ, ເງິນ, ຄວາມ​ຮັກ ໂຊກ​ລາບ, ສິ່ງ​ທີ່​ຢາກ​ໄດ້​ກໍ​ຈະ​ໄດ້ ແລະ ປະ​ສົບ​ຜົນ​ສຳ​ເລັດ

1 ບຸນ​ ຄື ບຸນ​ຈາກ​ການ​ກະ​ຕັນ​ຍູ ແນ່ນອນ​ວ່າ​ຕ້ອງ​ເປັນ​ພໍ່​ແມ່​ຜູ້​ໃຫ້​ກຳ​ເນີດ, ຜູ້​ປົກ​ຄອງ​ທີ່​ລ້ຽງ​ເຮົາ​ມາ, ດູ​ແລ​ເຮົາ​ມາ ຈົ່ງ​ຕອບ​ແທນ​ເພິ່ນ ຮູ້​ບຸນ​ຄຸນ​ເພິ່ນ ລວມ​ໄປ​ເຖິງ​ພີ່​ນ້ອງ​ປ້ອງ​ປາຍ ຄົນ​ທີ່​ເຄີຍ​ຊ່ວຍ​ເຮົາ ອ້າຍ​ເອື້ອຍ​ນ້ອງ ໝູ່​ເພື່ອນ ຄູ​ອາ​ຈານ ຫົວ​ໜ້າ ຫາກ​ມີ​ໂອ​ກາດ​ເຮົາ​ຈົ່ງ​ຊ່ວຍ​ເຫຼືອ​ເຂົາ ຕອບ​ແທນ​ໃຫ້​ເຖິງ​ທີ່​ສຸດ​ເທົ່າ​ເຮົາ​ໃຫ້​ໄດ້

2 ​ເຮັດບຸນ​ກັບ​ຕົນ​ເອງ, ເຮັດ​ບຸນ​ໃຫ້​ກັບ​ຕົນ​ເອງ ນັ້ນ​ຄື​ການ​ສະ​ແຫວງ​ຫາ​ບຸນ​ກຸ​ສົນ, ການ​ຖື​ສິນ, ພາ​ວະ​ນາ ນັ່ງ​ສະ​ມາ​ທິ ການ​ໃຫ້​ເອື້ອ​ເຟື້ອ​ເຜື່ອ​ແຜ່ ຫຼື ການ​ທານ ເປັນ​ສິ່ງ​ທີ່​ສົ່ງ​ກຸ​ສົນ​ໃຫ້​ກັບ​ເຮົາ ບໍ່​ວ່າ​ຈະ​ເປັນ​ການ​ທານ​ນຳ​ໃຈ, ເງິນ​ຄຳ, ສິ່ງ​ຂອງ ໝັ່ນເຝິກ​ໃຫ້​ຕົນ​ເອງ​ເຢັນ​ລົງ ປົງ​ໃຫ້​ໄດ້

3 ​ບົດ​ສຸດ​ທ້າຍ ຄື ບຸນ​ແຫ່ງ​ການ​ໃຫ້​ອາ​ໄພ, ອາ​ໂຫ​ສິ​ກຳ ແລະ ຂໍ​ອາ​ໂຫ​ສິ​ກຳ ໃຫ້​ກັບ​ທຸກໆ​ຄົນ​ດ ທຸກໆ​ຢ່າງ​ທີ່​ເຮົາ​ເຄີຍ​ເຮັດ​ຜິດ​ພາດ, ກັບ​ຄົນ​ທີ່​ເຄີຍ​ເຮັດ​ບໍ່​ດີກັບ​ເຮົາ ເພາະ​ບຸນ​ຍິ່ງ​ໃຫຍ່​ຄື​ການ​ໃຫ້​ອາ​ໄພ ບໍ່​ຈອງ​ເວນ​ຕໍ່​ກັນ ແລະ ກັນ

ຫາກ​ເຮັດ​ໄດ້ 3 ຢ່າງ​ນີ້​ທຸກໆ​ມື້​ເຮົາ​ກໍ​ຈະ​ບັນ​ລຸ ໄດ້​ບຸນ​ກຸ​ສົນ ບວກ​ກັບ​ການ​ຄິດ​ດີ ເຮັດ​ດີ ເຈດ​ຕະ​ນາ​ດີ ຍິ່ງ​ຈະ​ສົ່ງ​ຜົນ​ດີ​ຕໍ່​ເຮົາ​ຢ່າງ​ປະ​ຕິ​ຫານ ເມື່ອ​ໃດ​ຊີ​ວິດ​ມືດ​ມົນ ກໍ​ຈະ​ພົ້ນ​ທຸກ ພົບ​ແສງ​ສະ​ຫວາງ ມີ​ມາງ​ອອກ​ສະ​ເໝີ

ນີ້​ເປັນ​ບົດ​ຄວາມ ຄວາມ​ເຊື່ອ ແລະ ສັດ​ທາ ສ່ວນ​ບຸກ​ຄົນ ໂປດ​ໃຊ້​ວິ​ຈາ​ລະ​ນະ​ຍານ​ໃນ​ການ​ຮັບ​ຊົມ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button