ບຸນທາດຫລວງຂີ່ລົດເມຟຣີ.

ບຸນທາດຫລວງຂີ່ລົດເມຟຣີ.

ນັບແຕ່ວັນທີ 4-8/11/2022

ບຸນທາດຫລວງບໍລິການລົດເມຟຣີ 10 ຖ້ຽວຕໍ່ວັນ

ແຕ່ 18:00-23:30 ໂມງທັງນີ້

ເພື່ອຫລຸດຜ່ອນຈະລາຈອນແອອັດ.

👏👏ຢ່າລືມໄປໃຊ້ບໍລິການນີ້!​ ນະຄອນຫຼວງ​ວຽງຈັນ​ ຈະນໍາໃຊ້ລົດເມຮັບໃຊ້ມວນຊົນມາທ່ຽວງານບຸນພະທາດຫຼວງວຽງຈັນໂດຍບໍ່ເສຍຄ່າ ເລີ່ມແຕ່ເວລາ 18.00-23:30 ໂມງ ໂດຍປະຕິບັດຕາມທິດຊີ້ນໍາຂອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ)

ຄະນະຮັບຜິດຊອບຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2022 ໄດ້ເຊື້ອເຊີນຂະແໜງການກ່ຽວຂ້ອງມາຮ່ວມກັນປຶກສາຫາລື ເພື່ອຄວາມເປັນການເອກະພາບການກໍານົດຈຸດຮັບສົ່ງມວນຊົນມາທ່ຽວງານບຸນນະມັດສະການພະທາດຫຼວງວຽງຈັນໃນຂອບເຂດ 5 ຕົວເມືອງຄື:

ສີໂຄດຕະບອງ ຈັນທະບູລີ ສີສັດຕະນາກ ໄຊເສດຖາ ແລະ ໄຊທານີ ເພື່ອໃຫ້ມວນຊົນຫັນມານໍາໃຊ້ລົດເມສາທາລະນະແບບບໍ່ເສຍຄ່າໃນໄລຍະງານບຸນດັ່ງກ່າວ​ ເລີ່ມແຕ່ເວລາ 18.00-23:30 ໂມງ ຂອງວັນທີ 4-8 ພະຈິກ 2022 ໂດຍມີ 10 ຖ້ຽວຕໍ່ວັນ ແລະ ຈະໃຫ້ບໍລິການທຸກໆ 25-30 ນາທີ ນອກຈາກເວລາທີ່ໄດ້ກໍານົດນີ້ ແມ່ນຈະໄດ້ເສຍຄ່າບໍລິການ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນວັນທີ 3 ພະຈິກ 2022 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ) ເປັນປະທານຂອງທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນວ ທັງເປັນປະທານຄະນະຮັບຜິດຊອບຈັດງານບຸນ ແລະ ງານວາງສະແດງສິນຄ້າງານບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2022 ມີທ່ານ ແກ້ວວັນພອນ ອອນທີວົງສີ ຜູ້ອໍານວຍການລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ

ທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ພ້ອມດ້ວຍຮອງເຈົ້າເມືອງ ແລະ ໜ່ວຍງານກ່ຽວຂ້ອງ 5 ຕົວເມືອງເຂົ້າຮ່ວມ.ພາຍຫຼັງສໍາເລັດກອງປະຊຸມ​ ທ່ານພັນໂທ ວິລະວົງ ສະເໜ່ຫາ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນວ ໃຫ້ສໍາພາດວ່າ:

ເພື່ອປະຕິບັດຕາມທິດຊີ້ນໍາຂອງທ່ານເຈົ້າຄອງ ນວ ກ່ຽວກັບແກ້ໄຂການສັນຈອນແອອັດໃນງານບຸນນະມັດສະການພະທາດຫຼວງວຽງຈັນ ໂດຍລັດວິສາຫະກິດລົດເມ ນວ ໄດ້ມີສ່ວນຮ່ວມໃນແຜນການແກ້ໄຂ ເຊິ່ງນໍາໃຊ້ລົດເມສາທາລະນະ 25 ຄັນ ໃນນີ້ ມີລົດເມໄຟຟ້າ 10 ຄັນ ເພື່ອອໍານວຍຄວາມສະດວກໃນຈຸດຕ່າງໆຂອງ 5 ເມືອງ.

ດັ່ງນັ້ນ, ຈຶ່ງໄດ້ເປີດກອງປະຊຸມຮ່ວມກັບພາກກ່ຽວຂ້ອງ ແລະ ອະນຸກໍາມະການກ່ຽວຂ້ອງຕ່າງໆ ຜ່ານການປະຊຸມ ໄດ້ເຫັນດີເປັນເອກະພາບຄື: ການກໍານົດຈຸດຮັບ-ສົ່ງມວນຊົນເຂດຮອບນອກຄື:

ເຂດເມືອງສີສັຕະນາກ ກໍານົດເຂດແຄມຂອງ ຂ້າງໂຮງໝໍມະໂຫສົດເບື້ອງທ່າທີ່ເປັນດິນເປົ່າຫວ່າງຂອງບໍລິສັດກິດຕິພົງ ເມືອງຈັນທະບູລີໃຊ້ຮ່ວມກັນກັບເມືອງສີສັດຕະນາກ ກໍານົດຢູ່ຈຸດປະຕູໄຊ ແລະ ຕຶກກະຊວງຍຸຕິທໍາຫຼັງເກົ່າ ເມືອງໄຊເສດຖາ ກໍານົດຢູ່ຫໍປະຊຸມແຫ່ງຊາດຫຼັກ 6 ໜ້າຫໍພິພິທະພັນໄກສອນພົມວິຫານ ເຂດເສດຖະກິດບຶງທາດຫຼວງ ແລະ

ຕະຫຼາດເກົ່າຫົວຂົວ ເມືອງໄຊທານີ ກໍານົດເຂດມະຫາວິທະຍາໄລແຫ່ງຊາດ ວົງວຽນດອນໜູນ ແລະ ເມືອງສີໂຄດຕະບອງ ໄດ້ກໍານົດເປັນຈຸດແລ່ນຜ່ານ ແຕ່ລະຈຸດຂຶ້ນລົດຈະມີໃຫ້ບໍລິການຝາກລົດຄື: ລົດຈັກລາຄາ 5.000 ກີບຕໍ່ຄັນ

ແລະ ລົດໃຫຍ່ ລາຄາ 10.000 ກີບຕໍ່ຄັນ.ສ່ວນຈຸດສົ່ງ-ຮັບມວນຊົນມາທ່ຽວງານບຸນໃກ້ທີ່ສຸດເຂົ້າເຖິງງານຮອບໃນ ໄດ້ອະນຸຍາດດັ່ງນີ້ ມາແຕ່ເມືອງໄຊເສດຖາ ຈະຈອດຢູ່ໄຟແດງທາດຫຼວງ ມາແຕ່ເຂດເມືອງສີສັດຕະນາກ

ຈອດຢູ່ຂ້າງໄຟແດງໂພນສະອາດ ແລະ ມາແຕ່ເສັ້ນທາງເລກທີ 13 ໃຕ້ ຈອດຢູ່ວົງວຽນ 450 ປີ (ວົງວຽນໂພນເຄັງ) ເຊິ່ງລົດເມຈະໃຫ້ບໍລິການສົ່ງ ແລະ ບໍລິການຮັບຢູ່ໃນຈຸດທີ່ກ່າວມານັ້ນ

ດັ່ງນັ້ນ ຮຽກຮ້ອງມາຍັງມວນຊົນທີ່ມາທ່ຽວງານບຸນໃຫ້ມີສະຕິຮັກສາວັດຖຸສິ່ງຂອງຕົນເອງໃຫ້ດີ ພ້ອມກັນປະຕິບັດລະບຽບກົດໝາຍ ກໍຄືແຈ້ງການຕ່າງໆຂອງຄະນະຮັບຜິດຊອບຢ່າງເຂັ້ມງວດ ຖ້າບໍ່ເຂົ້າໃຈໃຫ້ສອບຖາມເຈົ້າໜ້າທີ່ປະຈໍາຢູ່ແຕ່ລະຈຸດ ເພື່ອຈະໄດ້ຮັບການອໍານວຍຄວາມສະດວກ.Cr: ຂ່າວ-ພາບ Vientiane​ Mai

About admin

Check Also

ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້

👏👏👏 ລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ຈະເປີດໃນວັນທີ 13 ເມສາ 2023 ນີ້ ຕອນຄ່ຳວັນທີ 30 ມິນາ 2023 ທີ່ໂຮງແຮມລາວພລາຊາ , ສະຫາຍ …

Leave a Reply

Your email address will not be published. Required fields are marked *