ປກສ ເມືອງຕົ້ນເຜິ້ງ ຈັບໄດ້ 4 ລ້ານເມັດ
ໃນວັນທີ 2 ພະຈິກ 2022, ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັບໄດ້ແຕ່ຢາບ້າ 4 ລ້ານເມັດ,
ສ່ວນຜູ້ຂົນສົ່ງຫາຍຕົວເຂົ້າກ້ອນຂີ້ເຝື້ອ.
ໃນວັນທີ 2 ພະຈິກ ເວລາປະມານ 19:00 ໂມງ ປກສ ເມືອງຕົ້ນເຜິ້ງ ຈຶ່ງນໍາກໍາລັງລົງຕິດຕາມຢູ່ແຄມແມ່ນໍ້າຂອງເຂດບ້ານພຽງງາມ ພົບເຫັນເຮືອກາບນ້ອຍ 1 ລໍາ ແລະ
ມີຄົນນັ່ງມານໍາ ຈໍານວນ 2 ຄົນ ພໍແຕ່ເຈົ້າຫນ້າທີ່ຕິດຕາມໄປ ຜູ້ຖືກສົງໄສ ກໍເອົາຕົວຫລົບຫນີ.
ຜ່ານການກວດກາລົດຄັນດັ່ງກ່າວພົບເຫັນເຄື່ອງຂອງກາ ປະເພດຢາບ້າ ຈໍານວນ 20 ເປົາ,




ມີ 40 ແພັກ ເທົ່າກັບ 2.000 ມັດ ຫຼື 4.000.000 ເມັດ ແລະ ລົດກະບະວີໂກ 1 ຄັນ.