ຂ່າວຕ່າງປະເທດເຕືອນໄພ

Disease X ໄວຣັສສາຍພັນໃໝ່ ແພດເຕືອນຮ້າຍແຮງ ແລະ ແຜ່ເຊື້ອໄວກວ່າໂຄວິດ-19 ພົບຜູ້ປ່ວຍລາຍທໍາອິດຢູ່ຕ່າງປະເທດ

Disease X ໄວຣັສສາຍພັນໃໝ່ ແພດເຕືອນຮ້າຍແຮງ ແລະ ແຜ່ເຊື້ອໄວກວ່າໂຄວິດ-19 ພົບຜູ້ປ່ວຍລາຍທໍາອິດຢູ່ຕ່າງປະເທດ

ໂຄວິດ-19 ຍັງບໍ່ມີທ່າທີຈາງຫາຍ ແລະ ໝົດໄປຈາກໂລກນີ້ ແຕ່ກັບມີເຊື້ອພະຍາດໃໝ່ເກີດຂື້ນມາຢູ່ເລື້ອຍ, ຫຼ້າສຸດ ຂ່າວໄທລາຍງານວ່າ  ພົບ Disease X ໄວຣັດສາຍພັນໃໝ່ ດ້ານແພດເຕືອນມັນຮ້າຍແຮງ ແລະ ແຜ່ເຊື້ອໄວກວ່າໂຄວິດ-19 ຜູ້ປ່ວຍຈະມີອັດຕາເສຍຊີວິດສູງເຖິງ 50-90%.

ຂໍ້ມູນຈາກ ສໍານັກຂ່າວ ຊີເອັນເອັນ ລະບຸວ່າ ທາງການແພດຈາກປະເທດຄອງໂກ ໄດ້ຄົ້ນພົບເຊື້ອໄວຣັດສາຍພັນໃໝ່ທີ່ມີຄວາມຮຸນແຮງ ແລະ ແຜ່ລະບາດໄດ້ໄວກວ່າເຊື້ອໂຄວິດ-1ໍ່9.

ສຈ.ດຣ ຊອງ-ຊາຄສ໌ ມູເຍມເບ ຕາມຟູມ  ນາຍແພດຜູ້ຄົ້ນພົບໂລກອີໂບລາ ໄດ້ໃຫ້ສໍາພາດວ່າໂລກໃໝ່ນີ້ມີຊື່ວ່າ ດີຊີສ ເອັກຊ໌ (Disease X) ໂດຍຄົນໄຂ້ລາຍທໍາອິດໄດ້ຮັບເຊື້ອດັ່ງກ່າວໄດ້ສະແດງອາການຄ້າຍໄຂ້ເລືອດອອກ ຫຼັງຈາກນັ້ນ ລາວຈຶ່ງເຂົ້າຮັບການກວດຫາໂລກອີໂບລາ ແຕ່ຜົນກັບອອກມາເປັນລົບ ຢ່າງໃດກໍ່ຕາມ ທາງແພດກໍ່ຍັງກັງວົນຢູ່ວ່າຄົນໄຂ້ລາຍນີ້ອາດເປັນຄົນໄຂ້ລາຍທໍາອິດຂອງ Disease X ແລະ ອາດນໍາໄພຄຸກຄາມໄປທົ່ວໂລກ ແບບທີ່ໂຄວິດ-19 ໄດ້ລະບາດຢູ່ໃນປັດຈຸບັນ.

Disease X ສາມາດແຜ່ລະບາດໄດ້ຄືໂຄໂຣນ່າ ໄວຣັດ ແຕ່ອາດມີຄວາມຮຸນແຮງ ແລະ ການແຜ່ລະບາດທີ່ວ່ອງໄວກວ່າຫຼາຍ  ໂດຍຜູ້ປ່ວຍຈະມີອັດຕາເສຍຊີວິດສູງເຖິງ 50-90% ເຊິ່ງຄາດວ່າໄວຣັດດັ່ງກ່າວ ເກີດຂຶ້ນໃນເຂດປ່າຝົນຮ້ອນຊື້ນ ໃນທະວີບອາຟຣິກາ ດ້ານອົງການອະນາໄມໂລກ (WHO) ໄດ້ລະບຸເຊື້ອໄວຣັດ Disease X ໃຫ້ເປັນເຊື້ອໂລກທີ່ຍັງບໍ່ສາມາດລະບຸໄດ້ ແລະ ຍັງຖືກຈັດໃຫ້ເປັນ 1 ໃນ 9ໂລກອັນຕະລາຍທີ່ເປັນໄພຕໍ່ມະນຸດອີກດ້ວຍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button