ປກສ ແຂວງວຽງຈັນ ກຽມສ້າງສູນບຳບັດຜູ້ຕິດຢາເສບຕິດ!ກອງບັນຊາການ ປກສ ແຂວງວຽງຈັນ
ຈັດພິທີເຊັນສັນຍາໂຄງການຕັດດິນປັບປຸງເດີ່ນ ເພື່ອສ້າງສູນບຳບັດຜູ້ຕິດຢາເສບຕິດ ໃນທ້າຍອາທິດຜ່ານມາ,
ລົງນາມໂດຍ ພັອ ສົມຄິດ ດວງພະຈັນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ (ເຈົ້າຂອງໂຄງການ) ແລະ ທ່ານ ສີປະພອນ ວົງໄຊ ປະທານບໍລິສັດ ພອນປະເສີດ ຈະເລີນຊັບ ກໍ່ສ້າງຂົວ-ທາງ
ຈຳກັດຜູ້ດຽວ (ຜູ້ຮັບເໝົາ) ພ້ອມດ້ວຍພະນັກງານກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ
.ໂຄງການກໍ່ສ້າງສູນບຳບັດຜູ້ຕິດຢາເສບຕິດ ແຂວງວຽງຈັນ ຕັ້ງຢູ່ບ້ານຫ້ວຍເດື່ອ ເມືອງໂພນໂຮງ ແຂວງວຽງຈັນ
, ສຳລັບໂຄງການຕັດດິນປັບປຸງເດີ່ນ ເພື່ອສ້າງສູນບຳບັດຜູ້ຕິດຢາເສບຕິດ ແຂວງວຽງຈັນ ລວມມູນຄ່າທັງໝົດ 750.762.000 ກີບ,
ເຊິ່ງມີໜ້າວຽກຕົ້ນຕໍຂອງໂຄງການ ຄື: ອະນາໄມດຸດລອກດິນທຳມະຊາດ, ຂຸດດິນທໍາມະຊາດ, ປັດກວາດໜ້າດິນ,
ຖົມດິນດ້ວຍວັດສະດຸຈາກດິນຕັດ ໂດຍແມ່ນບໍລິສັດ ພອນປະເສີດ ຈະເລີນຊັບ ກໍ່ສ້າງຂົວ-ທາງ
.
ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ແແລະ ປກສ ແຂວງ ເປັນເຈົ້າຂອງໂຄງການ.______
ແຫຼ່ງຂ່າວ: ຄວາມສະຫງົບ Lao Security News