ຫລົບໜີໄດ້ 5 ເດືອນ ແຕ່ຍັງຖືກຈັບໄດ້ ————- +++ ————-
ທ້າວ ແມັດທິວ ອາຍຸ 23 ປີ ຢູ່ບ້ານຫ້ວຍໝໍ້ ເມືອງວັງວຽງ ແຂວງວຽງຈັນ ເປົ້າໝາຍຢາເສບ ຕິດ ໄດ້ຊຸກເຊື່ອງຢາບ້າ
ຈຳນວນ 15.086 ເມັດ ໄວ້ປ່າແຄມທ່ານ້ຳ ເຂດບ້ານທ່າເຮືອ ເມືອງວັງວຽງ ແລ້ວຫລົບໜີໄດ້ 5 ເດືອນ,ມາຮອດວັນທີ 2 ພະຈິກ 2022 ເຈົ້າໜ້າທີ່ ປກສ ເມືອງວັງວຽງຈັບໄດ້.
ເຈົ້າໜ້າທີ່ ປກສ ເມືອງວັງວຽງ ເປີດເຜີຍຄະດີດັ່ງກ່າວໃຫ້ຮູ້ວ່າ: ໃນວັນທີ 5 ມິຖຸນາ 2022 ເວລາປະມານ 8:30 ໂມງ,
ມີປະຊາຊົນພົບເຫັນຢາບ້າ ຢູ່ໃນກະເປົາສີເທົາ ຊຸກເຊື່ອງໄວ້ຢູ່ປ່າແຄມນໍ້າ ເຂດບ້ານທ່າເຮືອ ເມືອງວັງວຽງຢາບ້າ ຈຳ ນວນ 3 ແພັກ ເທົ່າກັບ 9 ມັດ,ແຕ່ນັບຕົວຈິງ ມີຢາບ້າ ທັງໝົດ 15.086 ເມັດ. ຈາກນັ້ນ,ເຈົ້າໜ້າທີ່
ສາມາດສືບຮູ້ເປົ້າໝາຍ ຊື່ທ້າວ ແມັດທິວ ອາຍຸ 23 ປີ ຢູ່ບ້ານຫ້ວຍໝໍ້ ເມືອງວັງວຽງ ແຂວງວຽງຈັນ.ແຕ່ຜູ້ກ່ຽວໄດ້ລົບໜີ ຈົນມາ ຮອດ ວັນທີ 2 ພະຈິກ 2022 ກໍສາມາດຕິດຕາມນຳຕົວຜູ້ກ່ຽວ ມາດຳເນີນການສອບສວນ.



ມາຮອດວັນທີ 4 ມິຖຸນາ 2022 ເວລາປະມານ 23:00 ໂມງ, ຜູ້ກ່ຽວກໍເອົາຢາບ້າດັ່ງກ່າວ ຂີ່ລົດຈັກອອກໄປບ້ານທ່າເຮືອ ເມືອງວັງວຽງ
.ໃນເວລານັ້ນ. ຄິດວ່າມີເຈົ້າໜ້າທີ່ ປກສ ຕິດຕາມ ຈຶ່ງຊຸກເຊື່ອງຢາບ້ໄວ້ປ່າແຄມທ່ານ້ຳ ແລ້ວຂີ່ລົດລົບໜີໄປເມືອງທຸລະຄົມ ແຂວງວຽງຈັນ
.ຂ່າວ: ເຂີຍເມືອງງອຍ