👏🏻ປະຊາຊົນລະດົມແປງຂົວເອງ ຫຼັງຖືກນໍ້າຖ້ວມພັດໄປ ທີ່ຂົວຫ້ວຍກະຊະ ເມືອງເລົ່າງາມ ແຂວງສາລະວັນ•
ໃນວັນທີ 11ພະຈິກ 2022 ຜ່ານມາ, ເຂດທີ 13 ເມືອງເລົ່າງາມ ແຂວງສາລະວັນ ໄດ້ສາມັກຄີກັນອອກແຮງງານລວມ ສ້ອມແປງຂົວຫ້ວຍກະຊະ ໂດຍພາຍໃຕ້ການນໍາພາ ຂອງ ທ່ານ ສົມສັກ ທົງຄໍາຫານເລຂາພັກເມືອງ,
ເຈົ້າເມືອງໆເລົ່າງາມ, ເປັນກຽດເຂົ້້າ ຂອງ ທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນ ແຂວງສາລະວັນ ມີພະແນກການຂອງແຂວງ, ສໍານັກງານ –
ຫ້ອງການ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງເມືອງເລົ່າງາມ, ອໍານາດການປົກຄອງພາຍໃນ 5 ບ້ານ ແລະ ປະຊາຊົນບ້ານກະຊະ ເຊີ່ງມີຜູ້ເຂົ້້າຮ່ວມ ທັງໝົດ 200 ກ່ວາຄົນ.•ການອອກແຮງງານລວມສ້ອມແປງຂົວ
ບ້ານກະຊະໃນຄັ້ງນີ້້ ແມ່ນການສ້ອມແປງຂົວເຂົ້າບ້ານຄືນໃໝ່ ທີ່ຖືກຜົນກະທົບຈາກໄຟທໍາມະຊາດນໍ້າຖ້ວມພັດໄປໃນຊ້ວງລະດູຝົນ ຂົວບ້ານກະຊະມີຄວາມຍາວ 24ແມັດກ້ວາງ 4 ແມັດ, ເຊິ່ງບັນດາໜ້າວຽກແມ່ນເອົາຄານໄມ້ໃສ່
ຢາຍໄມ້ລະນາດ ແລະ ຮາວກັ້ນຂົວສອງຂ້າງ ໃຊ້ເວລາສ້ອມແປງ 2 ມື້ຈິ່ງສໍາເລັດ ເພື່ອເຮັດໃຫ້ການສັນຈອນໄປມາ ມີຄວາມສະດວກສະບາຍ, ອໍານາດການປົກຄອງເມືອງ,
ສໍານັກງານ-ຫ້ອງການ, ຜູ້ປະກອບການບໍລິສັດ, ອໍານາດການປົກຄອງບ້ານ ແລະ ປະຊາຊົນ ໄດ້ສາມັກຄີ ຮ່ວມແຮງ ຮ່ວມໃຈກັນ ປະກອບທຶນຮອນເປັນເງິນໃນການສ້ອມແປງຂົວ ໃນຄັ້ງນີ້ລວມທັງໝົດ16,400,000 ກີບ




.•ໃນວັນດຽວກັນນັ້ນ, ບ້ານກະຕວດ ພ້ອມດ້ວຍອໍານາດການປົກຄອງບ້ານ ແລະ ປະຊາຊົນໄດ້ສາມັກຄີກັນອອກແຮງງານລວມສ້ອມແປງຂົວ ໂດຍໄດ້ປ່ຽນໄມ້ໃໝ່ ເອົາໄມ້ເກົ່າອອກທີ່ໃຊ້ການບໍ່ໄດ້ ແລະ ສ້ອມແປງເສັ້ນທາງເຂົ້າບ້ານ
ຖົມຂຸມເພື່ອເຮັດໃຫ້ການສັນຈອນໄປມາມີຄວາມສະດວກສະບາຍ ເຊີ່ງໄດ້ຈາກການປະກອບສ່ວນຂອງ ພໍ່ແມ່ ປະຊາຊົນບ້ານກະຕວດ ເຊີ່ງມີມູນຄ່າ ທັງໝົດ 15,000,000 ກີບ.
Cr: Media LAOS