ຂ່າວທົ່ວໄປ
ເກີດເຫດລົດຈັກຕຳກັບລົດຖີບ ເຂດບ້ານ ນາໄຊ


ໃນວັນທີ09/01/2021 ເວລາ 08:29ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດຈັກຕຳກັບລົດຖີບຢູ່ເຂດບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 2 ຄົນ ເພດຊາຍ1ຄົນແລະເພດຍິງ1ຄົນ ອາການເບື້ອງຕົ້ນຂອງຜູ້ທີ1ແມ່ນ:ມີບາດແຜຖະຫລອກຕາມຕາມຕີນແລະກະທົບແຂນເບື້ອງຊ້າຍ ຜູ້ທີ2ແມ່ນ:ມີອາການວິນຫົວລຸກບ່ໍໄດ້.ດັ່ງນັ້ນ ຈື່ງປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງຫມໍ ມິດຕະພາບ150ຕຽງ ເພືອໄປປິນປົວໃຫ້ຊ່ວງເຊົ່່າ
