ສັດຈະບໍ່ມີໃນຫມູ່ໂຈນ. ຊ່າງເຮັດກັນໄດ້ລົງຄໍ ຂັບຂີ່ລົດຂົນສົ່ງຢາເສບຕິດມາດ້ວຍກັນ, ປະຫມູ່ໄວ້ໃຫ້ຕຳຫລວດຈັບ ສ່ວນຕົວເອງຂັບຂີ່ລົດຫນີເສີຍ
ເຈົ້າຫນ້າ ປກສ ເມືອງຄູນຄຳ ແຂວງຄຳມ່ວນ ສືບຮູ້ວ່າ: ຈະມີການຂົນສົ່ງຢາເສບຕິດ ຈິ່ງໄດ້ຕັ້ງດ່ານກວດກາ ຮອດເວລາ 6:30 ໂມງ ທີ 13/11/2022
ພົບເຫັນລົດເປົ້າໝາຍມານຳກັນ 2 ຄົນ ແລ່ນດ້ວຍຄວາມໄວ ເຈົ້າໜ້າທີ່ຈຶ່ງໄດ້ອັດລົດເພື່ອກວດກາ, ໃນຂະນະກວດເອກະສານຢູ່ນັ້ນ ເປົ້າຫມາຍ ຖິ້ມຫນູ່ໄວ້ນຳຕຳຫລວດ 1 ຄົນ , ສ່ວນອີກ 1 ຄົນ ຂີ່ລົດຫລົບຫນີ.
ຈາກນັ້ນ ເຂົ້າຫນ້າທີ່ ໄລ່ຕິດຕາມນຳໄປໄດ້ໄລຍະໜຶ່ງພົບເຫັນລົດຄັນດັ່ງກ່າວຈອດຖີ້ມໄວ້ປ່າແຄມທາງ ແຕ່ຜູ່ຂັບຂີ່ຫຼົບໜີ ເຂົ້າກວດລົດ ຢ່າບ້າ ຈຳນວນ 13 ມັດ ເທົ່າກັບ 26.000 ເມັດ,



ຜູ້ຖືກຫາຊື່ ທ້າວ ສີ ຊົ່ງ ອາຍຸ 29 ປີ ບ້ານທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄຊ ຜູ່ກ່ຽວແມ່ນເປັນຜູ້ຮັບຈ້າງຂົນສົ່ງຢາເສບຕິດຈາກ ຜູ່ເອົາຕົວຫຼົບໜີ.
ພາບ-ຂ່າວ ຫານຸສອນ