ບໍ່ໄດ້ສ້າງກະແສ!!ພໍດີຂ້ອຍອອກມາເບິ່ງຮ້ານລະເຫັນຜູ້ກ່ຽວນັ່ງຢູ່ໜ້າຮ້ານບໍ່ຮູ້ວ່າເປັນຫັຍງຂ້ອຍເລີຍເຂົ້າໄປຖາມວ່າເປັນຫັຍງ..
ຜູ້ກ່ຽວວ່າມາຊອກເຮັດວຽກໄດ້2-3ມື້ແລ້ວໄປສະໝັກວຽກຢູ່ໃສໃຜກະບໍ່ຮັບ
ຜູ້ກ່ຽວມາແຕ່ແຂວງໄຊສົມບູນ ຢາກມາເຮັດວຽກຢູ່ວຽງຍ້ອນພໍ່ແມ່ທຸກຢາກແຮງຫັວງວ່າສິໄດ້ວຽກ ເລີຍມາບໍ່ໄດ້ຕັ້ງໂຕຍ້ອນຍາດຕິພີ່ນ້ອງຢູ່ນີ້ກະບໍ່ມີ ບາງມື້ກະກິນເຂົ້າກັບເກືອ
ບາງເທື່ອກະໄປຂໍກິນເຂົ້ານຳຄູບາຢູ່ວັດລະຂໍອາໄສເພິ່ນນອນຢູ່ຫັນ ຢາກກັບບ້ານກະບໍ່ມີເງີນກັບເລີຍໝົດປັນຍາຄືເຫັນຕາມຮູບຫັນລະ.
ຂ້ອຍເຫັນລະອີຕົນເລີຍໄປສົ່ງຜູ້ກ່ຽວຢູ່ຄິວລົດຊື້ປີ້ລົດໃຫ້ກັບບ້ານ ບໍ່ໄດ້ຫັວງຜົນອີ່ຫັຍງ…



ເຫັນໃຈເພື່ອນມະນຸດດ້ວຍກັນ. ຝາກໄວ້ໃຫ້ຄິດ…!