ອາການກ່ຽວກັບກະເພາະລຳໄສ້ເຊື່ອວ່າຫຼາຍຄົນອາດຈະພົບ ແລະ ຮູ້ບັນຫານີ້ເຊິ່ງເກີດມາຈາກຫຼາຍສາເຫດເຊັ່ນ
ການກິນອາຫານທີ່ບໍ່ຖືກເວລາ, ກິນອາຫານທີ່ມີລົດຊາດຈັດເກີນໄປ ລວມໄປເຖິງການດື່ມແອວກໍຮໍ ເປັນຕົ້ນ ສະນັ້ນມື້ນີ້ພວກເຮົາຈຶ່ງນຳເອົາວິທີຮັກສາອາການກະເພາະອັກເສບດວຍພືດສະໝຸນໄພພື້ນບ້ານມາຝາກກັນ.
ໝາກກະຈຽບ: ມີສັບພະຄຸນໃນການຮັກສາພະຍາດໂລກກະເພາະອາຫານເຊັ່ນກັນ ເນື່ອງຈາກໃນໝາກກະຈຽບມີສານ ແພັດຕິນ ທີ່ມີຄຸນສົມບັດໃນການຊ່ວຍເຄືອບບາດແຜໃນລຳໄສ້ ແລະ ກະເພາະອາຫານ
ວິທີນຳໃຊ້: ແມ່ນພຽງນຳໝາກກະຈຽບມາລວກເພື່ອຮັບປະທານເປັນປະຈຳຕໍ່ເນື່ອງກັນຢ່າງໜ້ອຍ 15 ວັນ ບາດແຜໃນກະເພາະຈະຄ່ອຍດີຂຶ້ນ.
ໝາກປີ: ເປັນສະໝຸນໄພຊະນິດໜຶ່ງທີ່ເຕັມໄປດ້ວຍສັບພະຄຸນເປັນຕົ້ນແມ່ນເມື່ອແມ່ລູກອ່ອນຮັບປະທານຈະຊ່ວຍກະຕຸ້ນນ້ຳນົມໄດ້ດີ ນອກນັ້ນຍັງມີຄຸນສົມບັດໃນການຮັກສາພະຍາດໂລກກະເພາະອາຫານ ໂດຍສະເພາະສາເຫດເກີດຈາກການດື່ມແອວກໍຮໍ
ຖ້າທ່ານຢາກຮູ້ສັບພະຄູນຢາຮັກສາ ເຈັບກະເພາະ ເພີ່ມເຕີມ ກົດທີ່ນີ
ໝາກກະຈຽບ ແລະ ຫມາກປີ ເປັນຢາດີກະເພາະອັກເສບ ທີ່ໄດ້ຜົນອີ່ຫລີ່
ຂໍຂອບໃຈທີ່ມາ: ພາເຂົ້າລາວ