ເຕືອນໄພແຈ້ງການ

ແຈ້ງເຕືອນໄພອາກາດໜາວເຢັນ ປະຈຳວັນທີ 09 ມັງກອນ 2021

ແຈ້ງເຕືອນໄພອາກາດໜາວເຢັນ ປະຈຳວັນທີ 09 ມັງກອນ 2021ມວນອາກາດໜາວເຢັນທີ່ມີກຳລັງແຮງ ສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບລົມມໍລະ

ສຸມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດໜາວເຢັນລົງຕື່ມອີກໃນແຕ່ລະພາກ ແລະ ໜາວເຢັນຫຼາຍ ຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊ

ສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ

ທຸກພາກສ່ວນທີ່ອາໃສຢູ່ແຂວງ ພາກເໜືອ, ພາກກາງ ແລະ ເຂດພູພຽງບໍລະເວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດໜາວເຢັນຫຼາຍ ເຊິ່ງຈະເຮັດໃຫ້ເປັນໄຂ້, ເຈັບ

ປ່ວຍ ແລະ ມີຜົນກະທົບຕໍ່ສຸກຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ, ຂໍໃຫ້ນຸ່ງຮົ່ມເຮັດໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ. ສຳຫຼັບຜູ້ທີ່ເດີນທາງໄປໃນເຂດພາກເໜືອ ຂໍໃຫ້ມີສະຕິລະມັດລະວັງຕໍ່ສະພາບໝອກໜາ ທີ່ເຮັດໃຫ້ການເບິ່ງເຫັນບໍ່ຈະແຈ້ງ ແລະ ອາດເຮັດໃຫ້ມີອຸປະຕິເຫດເກີດຂຶ້ນໄດ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button