ໃຊ້ປືນ ຕີຫນ້າ ເສຍ ຊີ ວິ ດ
ໃນເວລາ 4 ໂມງ ຂອງວັນທີ 21 ພະຈິກນີ້ ເກີດເຫດ ຄາດ ຕະ ກຳ ທີ່ບ້ານສະໜາມໄຊ, ນະຄອນໄກສອນ ພົມວິຫານ,
ແຂວງສະຫວັນນະເຂດ. ຜູ້ຖືກຄາດຕະກໍາ ຊື່: ທ້າວ ຊັນນີ້, ອາຍຸ 26 ປີ, ຢູ່ບ້ານນາເຊັງ, ນະຄອນໄກສອນ ພົມວິຫານ,
ສ່ວນຜູ້ກໍ່ເຫດຊື່: ທ້າວ ໝີ ອາຍຸ 25 ປີ ອາຊີບຄ້າຂາຍ, ຢູ່ບ້ານ ສະໜາມໄຊ, ນະຄອນໄກສອນ ພົມວິຫານ.
ຮູບແບບຄາດຕະກໍາ ແມ່ນໃຊ້ປື ນ A K ທ້າຍພັບ ຕີໜ້າເບື້ອງຊ້າຍແລ້ວຍິງ 1 ນັດ ເຮັດໃຫ້ເສຍຊີວິດຄາທີ່.
ສາເຫດຂອງການກໍ່ເຫດ ແມ່ນທັງສອງເຄີຍຜິດຖຽງ ແລະເວົ້າສຽດສີກັນ.
ປັດຈຸບັນ ຜູ້ກໍ່ເຫດ ໄດ້ຫລົບໜີ ແລະ ຍັງຈັບບໍ່ທັນໄດ້ເທື່ອ.


