👏🏻ສາຍທ້ອມບໍ່ຖືກໃຈສິ່ງນີ້! ປກສ ແຂວງຫົວພັນ ຈັບຜູ້ຂາຍນໍ້າໃບກະທ່ອມມາສຶກສາອົບຮົມ•
ໃນຂະນະທີ່ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນ ອອກເຄື່ອນໄຫວຕາມວາລະແຫ່ງຊາດແກ້ໄຂບັນຫາຢາເສບຕິດ
ໃນວັນທີ 17 ພະຈິກ 2022 ໄດ້ພົບເຫັນເປົ້າໝາຍທີ່ຕ້ອງສົງໄສຂັບຂີ່ລົດຈັກຍີ່ຫໍ້ ຮອນດ້າຄຣິກ ສີດຳແດງ ໝາຍເລກທະບຽນ ດຈ 4478 ກໍາແພງນະຄອນ ຢູ່ເສັ້ນທາງເຂດສວນສາທາລະນະຫົວພັນ-ກວາງນິງ ຈຶ່ງໄດ້ ຂໍກວດຄົ້ນຕາມລະບຽບການ; ຜ່ານການກວດຄົ້ນ ແລະ ສອບສວນ ຈຶ່ງຮູ້ວ່າຜູ້ຂັບຂີ່ຊື່ທ້າວ ພຸດຕາວັນ (ເລ່) ອາຍຸ 23 ປີ
ປະຊາຊົນຢູ່ບ້ານນາທອງ ເມືອງຊຳເໜືອ ແຂວງຫົວພັນ ແລະ ພົບເຫັນນ້ຳໃບກະທ່ອມ 10 ຕຸກ.•ຈາກນັ້ນເຈົ້າໜ້າທີ່ ໄດ້ໄປກວດຄົ້ນເຮືອນຂອງນາງ ປັອກ ອາຍຸ 23 ປີ ປະຊາຊົນຢູ່ບ້ານ ທາດເມືອງ ເມືອງຊຳ ເໜືອ ແຂວງຫົວພັນ
ໄດ້ພົບເຫັນນ້ຳໃບກະທ່ອມ 7 ຕຸກ ຢູ່ໃນຕູ້ເຢັນ ແລະ ເສດໃບກະທ່ອມຕົ້ມແລ້ວ 1 ຖົງ.•ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກກ່ຽວທັງສອງໄດ້ຮັບສາລະພາບວ່າ:

ເປັນຄົນຮູ້ຈັກກັນ ແລະ ເປັນຄູ່ຮັກບ່າວສາວ ເຊິ່ງເລີ່ມແຕ່ເດືອນ ກໍລະກົດ 2022 ທັງສອງໄດ້ເລີ່ມພົວພັນຕິດຕໍ່ຊື້ໃບກະທ່ອມມາຕົ້ມຂາຍ ເພື່ອຫາລາຍໄດ້ ໂດຍໄດ້ສັ່ງຊື້ຜ່ານທາງສື່ອອນລາຍ ເຟສບຸກ,


ຫຼັງຈາກສັ່ງຊື້ໃບກະທ່ອມໄດ້ມາແລ້ວ ໄດ້ນໍາມາຕົ້ມປຸ່ງແຕ່ງໃສ່ຕຸກນໍ້າດື່ມໄວ້ ເພື່ອຂາຍໃຫ້ໄວໜຸ່ມຢູ່ພາຍໃນເທດສະບານເມືອງຊຳເໜືອ
.Cr: ຂ່າວ ປກສ ແຂວງຫົວພັນ