ພະຍາກອນອາກາດປະຈຳວັນທີ 23 ພະຈິກ 2022ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ພາກເໜືອຂອງປະເທດລາວດ້ວຍກໍາລັງອ່ອນ ແລະ ພາກໃຕ້ປົກຄຸມດ້ວຍຄວາມກົດດັນຕໍ່າຂອງອາກາດຮ້ອນທີ່ມີກຳລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ,
ຊຶ່ງຈະເຮັດໃຫ້ອາກາດຍັງຈະເຢັນຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ພ້ອມຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ.ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 23/11/2022 ຫາ ເວລາ 07 ໂມງຂອງວັນທີ 24/11/2022.
ພາກເໜືອດ້ານຕາເວັນອອກ: (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ): ອາກາດເຢັນ, ພ້ອມຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 15% ຂອງພາກ. ອຸນຫະພູມໃນລະຫວ່າງ 15 – 25 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນ້ໍາທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ, ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ.
ອຸນຫະພູມໃນລະຫວ່າງ 17 – 33 ອົງສາ.ນະຄອນຫຼວງວຽງຈັນ: ອາກາດຮ້ອນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ແລະ ມີລົມພັດແຮງເປັນບາງໂອກາດ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 23 – 33 ອົງສາ.
ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ພ້ອມຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 33 ອົງສາ.ແຂວງໄຊສົມບູນ: ອາກາດໜາວເຢັນໃນຕອນເຊົ້າ,
ພ້ອມຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 13 – 27 ອົງສາ.ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈາປາສັກ ແລະ ອັດຕະປື):
ອາກາດຮ້ອນ, ພ້ອມຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 2 2 ອົງສາ.ສຳລັບ ເຂດພູພຽງບໍລະເວນ:
ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຫາ ປານກາງຢູ່ບາງບໍເວນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50% .
ອຸນຫະພູມໃນລະຫວ່າງ 15 – 25 ອົງສາ.