👏🏻ຊົມເຊີຍ! ປກສ ສະຫວັນນະເຂດທຳລາຍອາວຸດລ່າເນື້ອ ຈຳນວນ 1.700 ກະບອກ 🔥
•ໃນວັນທີ 24 ພະຈິກ 2022ນີ້, ປກສ ແຂວງສະຫວັນນະເຂດ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ຈຳນວນ1.700 ກະບອກ ແລະ ເຄື່ອງມືທີ່ຜິດຕໍ່ລະບຽບກົດໝາຍຈຳນວນໜຶ່ງ,ຢູ່ທີ່ສູນດັດສ້າງຫຼັກ 33 ເມືອງໄຊພູທອງ
, ໂດຍການເຂົ້າຮ່ວມຂອງທ່ານ ພັທ ຈັນມີໄຊ ພຸດທະວົງ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ,ມີບັນດາຫ້ອງ,ບັນດາພະແນກອ້ອມຂ້າງກອງບັນຊາການ ,ພ້ອມດ້ວຍພະແນກການອ້ອມຂ້າງແຂວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
•ພັທ ບຸນລວນ ເດດວົງສາ ຫົວໜ້າພະແນກ ອາຊີບ-ພາຫະນະພິເສດ ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງກອງບັນຊາການ ປກສ ແຂວງສະຫວັນນະເຂດ, ກໍ່ຄື ຄໍາສັ່ງເລກທີ 27/ນຍ
ລົງວັນທີ 05ຕຸລາ 2011 ວ່າດ້ວຍການເພີ່ມທະວີສະກັດກັ້ນ ແລະ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຄໍາສັ່ງຂອງທ່ານເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 1600/ຈຂ. ສຂ ລົງວັນທີ 05 ຕຸລາ 2012,
ກ່ຽວກັບການເກັບກູ້ອາວຸດເສິກ-ອາວຸດລ່າເນື້ອ,ທາດແຕກ,ມີດ,ງ້າວ,ໝໍ້ຊ໋ອດປາໄຟຟ້າ ແລະ ອຸປະກອນອື່ນໆ, ທີ່ພົວພັນເຖິງຄວາມບໍ່ສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ
, ທັງເປັນການແກ້ໄຂບັນຫາທຳລາຍສັດນ້ຳ-ສັດປ່າ ແລະ ການຕັດໄມ້ທຳລາຍປ່າ, ດັ່ງນັ້ນ,ກຳລັງ ປກສ ເມືອງ 14ເມືອງ 1 ນະຄອນ,



ຈຶ່ງໄດ້ເອົາໃຈໃສ່ຄຸ້ມຄອງພົນລະເມືອງໃນການທຳມາຫາກິນ, ການດຳລົງຊີວິດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ,ໂດຍສະເພາະແມ່ນການຕິດຕາມກວດກາ ແລະ ຢຶດອາວຸດລ່າເນື້ອ,ທາດແຕກ,
ທາດລະເບີດ ແລະ ເຄື່ອງມືຊ໋ອດປາ, ຈາກຜູ້ລະເມີດຕໍ່ລະບຽບກົດໝາຍ ເພື່ອຈະນຳໄປມອບໃຫ້ ປກສ ແຂວງເອົາໄປທຳລາຍຖິ້ມ, ເຊິ່ງອາວຸດລ່າເນື້ອ ແລະ
ລູກຂີ້ກົ່ວຈຳນວນ 170 ກິໂລ, ດອກແກັບ 99 ກັບ,ຂີ້ເຈຍ36 ກິໂລ, ໝໍ້ຊ໋ອດປາ 06 ໜ່ວຍ.Cr: Media Laos