ຈັບພວກຫາກິນ” ກັບເສົາໄຟຟ້າ “.
ວັນທີ 25 ພະຈິກ 2022 ນີ້ ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ
ທ່າພະບາດ ແຂວງບໍລິຄໍາໄຊ ສາມາດຈັບພວກລັກເຫລັກ ເສົາໄຟຟ້າ ເສຍຫາຍ 200 ລ້ານກວ່າກີບ.
ຄົນຂີ້ລັກ ໄດ້ລັກຕັດເອົາ ເຫຼັກ ແລະ ນ໋ອດ ເສົາໄຟຟ້າແຮງສູງ 115 ກິໂລວັດ
ແລວທ່າບົກ-ປາກຊັນ ຕັ້ງຢູ່ເຂດບ້ານ ໂພສະຫວັນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ.
ໃນກໍລະນີໄຟຟ້າລົ້ມ ຈະເຮັດໃຫ້ໄຟຟ້າດັບເປັນບໍລິເວນກວ້າງ ພ້ອມທັງສ້າງຄວາມເສຍຫາຍອັນໃຫຍ່ຫລວງຕາມມາ.


