ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ມະຫາຊົນ ຂອງພວກຂ້າພະເຈົ້າ ຂໍຢັ້ງຢືນວ່າ ພວກຂ້າພະເຈົ້າ ບໍ່ມີສ່ວນກ່ຽວຂ້ອງກັບເຫດການລັກລອບຂົນສົ່ງຢາເສບຕິດ
ໃນຄັ້ງວັນທີ 23 ພະຈິກ 2022 ທີ່ຜ່ານແຕ່ປະການໃດ.ຜ່ານການຖະແຫຼ່ງການຂອງເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ຈັງຫວັດໜອງຄາຍ ລາຊະອານາຈັກໄທ ໃນວັນທີ 27 ພະຈິກ 2022 ໄດ້ໃຫ້ຮູ້ວ່າ ຜ່ານການສືບສວນ-ສອບສວນໃນໄລຍະທີ່ຜ່ານມາ ສາມາດສະຫຼຸບ ໄດ້ວ່າ:
ຜູ້ຖືກຫາ (ຄົນຂັບລົດບັນທຸກນໍ້າມັນຂອງບໍລິສັດບັນເທີງທຣານສະປອດຈໍາກັດ) ເຊິ່ງບໍລິສັດດັ່ງກ່າວ ມີສັນຍາຂົນສົ່ງນ້ຳມັນຈາກໄທມາລາວ ກັບບໍລິສັດຂອງພວກຂ້າພະເຈົ້າ ແມ່ນໄດ້ຮັບສາລະພາບວ່າ
ໄດ້ກະທຳການດັ່ງກ່າວແຕ່ພຽງຜູ້ດຽວ ໂດຍບໍ່ມີຄວາມກ່ຽວຂ້ອງໃດທັງສີ້ນກັບບໍລິສັດຂອງພວກຂ້າພະເຈົ້າ ເຊິ່ງເຈົ້າທີ່ຕໍາຫຼວດ ຈະສົ່ງສໍານວນດັ່ງກ່າວໄປໃຫ້ໄອຍະການສັ່ງຟ້ອງຕາມຂັ້ນຕອນຂອງກົດໝາຍລາຊະອານາຈັກໄທຕໍ່ໄປ.
ດັ່ງນັ້ນ ພວກຂ້າພະເຈົ້າ ຈຶ່ງຍໍ້າ ແລະ ຢັ້ງຢືນອີກຄັ້ງມານະທີ່ນີ້ວ່າ ບໍລິສັດ ພວກຂ້າພະເຈົ້າ ບໍ່ມີສ່ວນຮູ້ເຫັນ ຫຼື ກ່ຽວຂ້ອງກັບເຫດການດັ່ງກ່າວແຕ່ຢ່າງໃດ.
ພວກຂ້າພະເຈົ້າ ຢາກຮ້ອງຂໍໃຫ້ສັງຄົມ ເສບຂ່າວຢ່າງມີສະຕິ ຈາກແຫຼງຂ່າວທີ່ຫນ້າເຊື່ອຖືໄດ້. ຖ້າຫາກບຸກຄົນໃດຫາກໄດ້ບິດເບື່ອນຄວາມເປັນຈິງ ຫຼື ບໍ່ມີມູນຄວາມຈິງ ໃຫ້ແກ່ ບໍລິສັດ ເອັນທີພີ ການຄ້ານໍ້າມັນເຊື້ອໄຟ ມະຫາຊົນ
. ພວກຂ້າພະເຈົ້າ ຂໍສະຫງວນສິດປົກປ້ອງ ສິດ ແລະ ຜົນປະໂຫຍດ ຕາມຂັ້ນຕອນ ແລະ ຂະບວນການ ຂອງກົດໝາຍ ສປປ ລາວ
ຄລິບ
https://m.facebook.com/story.php?story_fbid=483510180551853&id=100066786262531