ວ່າແນວໃດ ສາຍສ່ຽງໂຊກ?ອີງຕາມ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຂໍຖືເປັນກຽດແຈ້ງມາຍັງ ຫົວໜ້າຕົວແທນຈໍາຫນ່າຍຫວຍ ພັດທະນາ;
ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວປະເທດ ຊາບທົ່ວເຖິງກັນວ່າ: ເນື່ອງຈາກວັນສຸກ, ວັນທີ 02 ທັນວາ 2022 ເປັນວັນພັກລັດຖະການ
(ວັນສະຖາປະນາ ສປປ ລາວ) ສະນັ້ນ, ເພື່ອຮັບປະກັນໃຫ້ການເຄື່ອນໄຫວຈໍາຫນ່າຍຫວຍພັດທະນາ ໄດ້ດໍາເນີນໄປຕາມແຜນການ ແລະ
ມີປະສິດທິຜົນດີ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈະໄດ້ໂຈະການຈໍາຫນ່າຍ ແລະ ໂຈະການອອກ ເລກລາງວັນຫວຍພັດທະນາ ໃນວັນສຸກ, ວັນທີ 02 ທັນວາ 2022, ບໍ່ມີການອອກທົດແທນຄືນ
.(ແຈ້ງການເຕັມໃນຄອມເມັ້ນ)
