ປະກົດການຫຍໍ້ທໍ້ ຢູ່ນະຄອນຫລວງຍັງພົ້ນເດັ່ນ.
ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ປັດຈຸບັນສະພາບປະກົດການຫຍໍ້ທໍ້ທີ່ເກີດຂື້ນຢູ່ນະຄອນຫຼວງວຽງຈັນ
ຍັງເປັນບັນຫາທີ່ພົ້ນເດັ່ນ ໂດຍສະເພາະການປຸ້ນຊັບ-ຊີງຊັບ, ງັດແງະ-ລັກຊັບ ພົ້ນເດັ່ນແມ່ນການລັກລົດຈັກເກີດຂຶ້ນເປັນລາຍວັນ ເຫັນວ່າມີລັກສະນະເພີ່ມຂຶ້ນ.
ການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ກະທຳຜິດເປັນຕ່ອງໂສ້, ເປັນກຸ່ມແກ້ງ ຫຼື ເປັນລາຍບຸກຄົນ ໃນນີ້້, ບາງກຸ່ມຍັງໄດ້ນໍາໃຊ້ພາຫານະເຄື່ອງມືອຸປະກອນ-ອາວຸດປະເພດລົດຈັກບໍ່ຕິດປ້າຍທະບຽນ ຫຼືປ້າຍປອມຂີ່ຊ້ອນກັນ ແລ້ວຊອກຫາເຍື່ອເມື່ອພວກເຂົາມີໂອກາດ, ຊ່ອງຫວ່າງກໍ່ລົງມືກໍ່ເຫດປຸ້ນຊັບ-ຊີງຊັບຂອງບຸກຄົນ ນັບທັງຄົນລາວ ຫຼື



, ສໍານັກງານອົງການ ແລະ ເຮືອນປະຊາຊົນ ເມື່ອສຳເລັດແລ້ວກໍເອົາໂຕຫຼົບໜີໄປລີ້ຊ່ອນຢູ່ຕ່າງເມືອງ, ຕ່າງແຂວງເພື່ອຫຼີກລ້ຽງການຈັບກຸມຂອງເຈົ້າຫນ້າທີ່.
ຂ່າວ: ລັດດາວັນ