ບາງຄັ້ງຊີວິດເຮົາພົບຄວາມລຳບາກ ແຕ່ຈົ່ງເຫັນຫົວໃຈຄົນທີ່ລຳບາກກວ່າ
ບາງຄັ້ງຊີວິດເຮົາພົບອຸປະສັກ ແຕ່ຈົ່ງເຫັນຫົວໃຈຄົນທີ່ພົບອຸປະສັກກວ່າ
ບາງຄັ້ງຊີວິດເຮົາພົບຄວາມສູນເສຍ ແຕ່ຈົ່ງເຫັນຫົວໃຈຄົນທີ່ສູນເສຍກວ່າ
ບາງຄັ້ງຊີວິດເຮົາພົບຄວາມອຶດຫີວ ແຕ່ຈົ່ງເຫັນຫົວໃຈຄົນທີ່ອຶດຫີວກວ່າ
(ທຸກຄົນ ມີແລະບໍ່ມີທີ່ແຕກຕ່າງກັນອອກໄປຫຼາຍ)
ແຕ່ສິ່ງທີ່ທຸກຄົນຍັງຄົງມີຄືກັນຄືລົມຫາຍໃຈດວງດຽວທີ່ລ້ຳຄ່າທີ່ພໍ່ແມ່ມອບໃຫ້ມາ ສະນັ້ນ,
ຈົ່ງຮັກສາມັນໄວ້ໃຫ້ດີດີແລ້ວຈົ່ງເຂັ້ມແຂງແລະສູ້ໄປຂ້າງຫນ້າຈົນກວ່າຈະໄດ້ດີ.

